Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ວິທີປະຕິບັດທີ່ຖືກຕ້ອງ, ຄົນເຈັບຄວນເລືອກກິນອາຫານຫຼາຍຊະນິດເພື່ອໃຫ້ໄດ້ສານອາຫານຄົບຖ້ວນຕາມທີ່ຮ່າງກາຍຕ້ອງການ ໂດຍເລືອກກິນອາຫານຕາມກຸ່ມອາຫານ ດັ່ງລຸ່ມນີ້:ອາຫານທີ່ກິນໄດ້ຈຳກັດ.

+ ຜັກໃບຂຽວເຊັ່ນ: ຜັກບົ້ງ, ຜັກຕັ້ງໂອ, ຜັກຫົມ, ເຫັດເຟືອງ, ໝາກເຂືອຊະນິດຕ່າງໆ, ຜັກກາດນາ,ຜັກຕັ້ງຊາຍ ,ໝາກເລັ່ນ, ຜັກກາດກວາງຕຸງ, ໝາກແຕງ, ຜັກກາດຂາວ,

ໝາກຟັັກ, ຜັກກາດຊອມ,ໝາກບວບ, ຜັກຕຳນີນ, ໝາກນ້ຳເຕົ້າ, ຍອດໝາກອື, ຜັກຊີ, ແຕງໂມອ່ອນ, ໃບກະເພົາ, ໃບບົວລະພາ, ໝາກເຜັດໃຫຍ່, ຜັກບົວໃບ, ທູນ, ຂີງອ່ອນ, ຫອມລາບ, ຢວກກ້ວຍອ່ອນ…ອາຫານທີ່ກິນໄດ້ແຕ່ຄວນຈຳກັດ.

+ ໂປຼຕິນປະເພດ ຊີ້ນສັດເຊັ່ນ: ໄກ່, ປູ, ປາ ແລະ ຊີ້ນໝູ.
+ ອາຫານໂປຼຕິນຈາກພືດເຊັ່ນ: ເຕົ້າຮູ້ ເປັນຕົ້ນ.
+ອາຫານປະເພດແປ້ງເຊັ່ນ: ເຂົ້າ, ເຜືອກ, ມັນ, ຖົ່ວເມັດແຫ້ງ, ເຝີ, ເຂົ້າປຸ້ນ, ຂະໜົມປັງ, ມັກກະໂຣ ນີເປັນຕົ້ນ.

+ ອາຫານປະເພດໄຂມັນເຊັ່ນ: ຂາໝູ, ເຂົ້າມັນໄກ່, ໝູສາມຊັ້ນ, ອາຫານຈືນດ້ວຍນ້ຳມັນແລະ ອາຫານທີ່ໃສ່ກະທິ. ອາຫານສຳເລັດຮູບ ຫຼື ອາຫານພິເສດສຳລັບຄົນເຈັບເບົາຫວານເຊັ່ນ: ນ້ຳຕານຈາກໝາກໄມ້.

+ ຜັກປະເພດທີ່ມີນ້ຳຕານ ຫຼື ແປ້ງຫຼາຍເຊັ່ນ: ຫົວຜັກກາດ, ແຄຣອດ, ສະເດົາ, ໝາກອຶ, ຫົວຫອມ, ກະຈຽບຫົວປີ ແລະ ຜັກຕະກຸນຖົ່ວເປັນຕົ້ນ.
+ ໝາກໄມ້ທີ່ບໍ່ຫວານຫລາຍ ເຊັ່ນ: ໝາກເງາະ, ໝາກນັດ, ໝາກຫຸ່ງ, ໝາກສີດາ, ໝາກກ້ຽງ, ໝາກແອບເປີ້ນ, ໝາກກ້ວຍ.

+ ອາຫານທີ່ຄົນເຈັບເບົາຫວານຄວນງົດ ຫຼື ບໍ່ກິນໄດ້ແກ່.
+ ນ້ຳຕານທຸກຊະນິດລວມທັງນ້ຳເຜິ້ງ.
+ ຂະໜົມຫວານ ແລະ ຂະໜົມເຊື່ອມຕ່າງໆ : ຂະໜົມສັງຂະຫຍາ, ຂະໜົມໝໍ້ແກງ, ຂະໜົມໜ້ານວນ ແລະອື່ນໆ.

+ ໝາກໄມ້ທີ່ມີຫວານຫລາຍເຊັ່ນ: ໝາກຖົ່ວລຽນ, ອາງຸ່ນ, ລຳໄຍ, ໝາກມ່ວງສຸກ, ໝາກມີ້, ໝາກລະມຸດ, ໝາກຂຽບ, ໝາກລີ້ນຈີ່, ອ້ອຍເປັນຕົ້ນ.
+ ໝາກໄມ້ກວນເຊັ່ນ: ໝາກມ່ວງກວນ, ໝາກຖົ່ວລຽນກວນ, ໝາກນັດກວນ ແລະ ອື່ນໆ.

+ ກິນອາຫານໃຫ້ຖືກເວລາ; ກິນຊ້າອາດເຮັດໃຫ້ເກີດພາວະນ້ຳຕານໃນເລືອດຕ່ຳໃນເວລາເຈັບປ່ວຍກິນອາຫານໄດ້ຫນ້ອຍ ຫຼື ບໍ່ຢາກອາຫານ ໃຫ້ປ່ຽນເປັນອາຫານທີ່ຢາກກິນ ຫຼື ເພີ່ມໝາກໄມ້,ຂະໜົມຫວານ ຫຼື ນ້ຳຫວານ ໂດຍສະເພາະໃນກໍລະນີເກີດ ພາວະນ້ຳຕານໃນເລືອດຕ່ຳ.
+ ໝາກໄມ້ເຊື່ອມນ້ຳຕານທັງຫຼາຍ ນ້ຳຫວານຕ່າງໆ ແລະ ນົມຫວານລວມທັງ ນ້ຳອັດລົມ ແລະ ເຄື່ອງດື່ມມີນ້ຳຕານເຊັ່ນ: ຊາ ກາເຟ ເຫຼົ້າ ເບຍ ຫຼື ເຄື່ອງດື່ມທີ່ມີແອນກໍຮໍຂໍ້ຄວນປະຕິບັດໃນການຄວບຄຸມອາຫານ

+ ກິນອາຫານໃຫ້ຖືກເວລາ; ກິນຊ້າອາດເຮັດໃຫ້ເກີດພາວະນ້ຳຕານໃນເລືອດຕ່ຳໃນເວລາເຈັບປ່ວຍກິນອາຫານໄດ້ຫນ້ອຍ ຫຼື ບໍ່ຢາກອາຫານ ໃຫ້ປ່ຽນເປັນອາຫານທີ່ຢາກກິນ ຫຼື ເພີ່ມໝາກໄມ້,ຂະໜົມຫວານ ຫຼື ນ້ຳຫວານ ໂດຍສະເພາະໃນກໍລະນີເກີດ ພາວະນ້ຳຕານໃນເລືອດຕ່ຳ.

* ແບ່ງຄາບອາຫານຢ່າງເໝາະສົມ.
1. ກຸ່ມຄົນເຈັບເບົາຫວານທີ່ບໍ່ຕ້ອງສັກອິນຊູລິນແລະຄວບຄຸມປະລິມານ, ໃຫ້ກິນອາຫານຫຼັກມື້ລະ 3 ຄາບແບ່ງສັດສ່ວນຄາບເຊົ້າ, ຄາບທ່ຽງ, ຄາບແລງ ເທົ່າໆກັນ.

2. ກຸ່ມຄົນເຈັບເບົາຫວານທີ່ຕ້ອງສັກອິນຊູລິນ ເປັນປະຈຳ ຫຼື ຜູ້ທີ່ຕ້ອງການກິນອາຫານຫວ່າງເພີ່ມ 1 – 3 ຄາບ ໂດຍແບ່ງສັດສ່ວນອາຫານຫວ່າງມາຈາກຄາບອາຫານຫຼັກ.

+ ເລືອກກິນຜັກສົດ ຫຼື ສະຫລັດ ກ່ອນກິນອາຫານຊະນິດອື່ນ.
+ ຫຼີກລ້ຽງອາຫານທີ່ມີຣົດຫວານ.
+ ຫຼີກລ້ຽງອາຫານທີ່ມີໄຂມັນສູງເຊັ່ນ: ແກງກະທິອາຫານຈືນ .
+ເລືອກກິນໝາກໄມ້ທີ່ບໍ່ຫວານຫລາຍ ແທນຂະໜົມຫວານ.
+ເລືອກກິນໝາກໄມ້ທີ່ບໍ່ຫວານຫລາຍ ແທນຂະໜົມຫວານ.
+ສຳຄັນແມ່ນກິນພຽງພໍອີ່ມ.