Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ອີງຕາມສຳນັກຂ່າວສານຫວຽດນາມ ລາຍງານວັນທີ 20 ສິງຫາ 2021 ນີ້ໃຫ້ຮູ້ວ່າ: 1 ວັນຜ່ານມາ ສສ ຫວຽດນາມກວດພົບຜູ້ຕິດເຊື້ອໃໝ່ +10.654 ຄົນ, ເສຍຊີວິດໃໝ່ ຄົນ 380 ຄົນ ເປັນສະຖິຕິການຕິດເຊື້ອໃໝ່ ສູງສຸດຂອງຫວຽດນາມ ນັບຕັ້ງແຕ່ມີການລະບາດໂຄວິດ-19.

ໃນຕອນເຊົ້າມື້ນີ້, ປະຊາຊົນຫຼາຍພັນຄົນໃນນະຄອນໂຮ່ຈີມິນໄດ້ພາກັນໄປຕໍ່ຄິວກັນເຂົ້າຮ້ານສະດວກຊື້ ທັງໃຫຍ່ ແລະ ນ້ອຍ, ເພື່ອຊື້ອາຫານເກັບໄວ້, ຫຼາຍຄົນໄດ້ມາແຕ່ເຊົ້າເພື່ອລໍຖ້າຮ້ານເປີດ.

ມາຮອດວັນທີ 20/08/2021 ຫວຽດນາມມີຜູ້ຕິດເຊື້ອສະສົມ ທັງໝົດ 312.611 ຄົນ, ເສຍຊີວິດທັງໝົດ 7.150 ຄົນ ສາມາດປີ່ນປົວດີທັງໝົດ 120.059 ຄົນ, ຍັງສືບຕໍ່ປິ່ນປົວທັງໝົ້ດ 185.402 ຄົນ.

ສະຖິຕິຜູ້ຕິດເຊື້ອໂຄວິດ-19 ຂອງຫວຽດນາມຈັດຢູ່ໃນອັນດັບທີ 72 ຂອງໂລກ, ອັນດັບທີ 6 ຂອງບັນດາປະເທດອາຊຽນ.

ຂ່າວຈາກ : ໜັງສືພິມ ລາວພັດທະນາ