ປກສ ເມືອງນາຊາຍທອງ ນວ ແກ້ໄຂເປົ້າໝາຍຢູ່ບ້ານນາເລົ່າ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໃນວັນທີ 19 ສິງຫາ 2021, ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນວ ກັກຕົວເປົ້າ ໝາຍເຄື່ອນໄຫວ ຊື້ຂາຍຢາເສບຕິດ ຊື່ ນາງ ວາດສະໜາ ອາຍຸ 26 ປີ, ກຳມະກອນ, ຢູ່ບ້ານນາເລົ່າ ເມືອງສີໂຄດຕະບອງ ນວ, ມີຂອງກາງຢາບ້າ 202 ເມັດ, ພ້ອມດ້ວຍລົດໃຫຍ່ 1 ຄັນ ມາດໍາເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມ ວ່າ: ມີກຸ່ມເປົ້າໝາຍເຄື່ອນໄຫວ ຊື້ຂາຍຢາເສບຕິດ (ຢາບ້າ) ຢູ່ເຂດບ້ານນາເລົ່າ ເມືອງສີໂຄດຕະບອງ ນວ ໃນວັນທີ 19 ສິງຫາ 2021, ເຈົ້າໜ້າທີ່ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ລົງສືບຄົ້ນຫາຕາມການແຈ້ງຄວາມ.

ເຫັນວ່າ ມີຂໍ້ມູນຫຼັກຖານຕາມການແຈ້ງ ຈຶ່ງກັກຕົວ ນາງ ວາດສະໜາ ພ້ອມຂອງກາງຢາບ້າ 202 ເມັດ ແລະ ລົດໃຫຍ່ 1 ຄັນ. ຜ່ານການສອບສວນ ຜູ້ກ່ຽວໃຫ້ການຮັບສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນຂອງຕົນເອງແທ້; ຜ່ານມາໄດ້ເຄື່ອນໄຫວ ຊື້ຂາຍຢາເສບຕິດມາຫຼາຍປີແລ້ວ ແລະ ໃນຂະນະກຳລັງຈະເອົາຢາບ້າໄປສົ່ງ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ພົນລະເມືອງ ທີ່ໃຫ້ຂໍ້ມູນ ປະກອບສ່ວນໃນການຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ຂໍຮຽກຮ້ອງມາຍັງພົນລະເມືອງທຸກຄົນ ເວົ້າສະເພາະນະຄອນຫຼວງວຽງຈັນ ໃຫ້ປະຕິບັດພັນທະໜ້າທີ່ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແລະ ຖ້າຫາກພົບເຫັນການເຄື່ອນໄຫວທີ່ຜິດຕໍ່ກົດໝາຍອັນນໍາໄປສູ່ຄວາມບໍ່ສະຫງົບ ໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ຢູ່ໃກ້ທ່ານ ຫຼື ສາມາດລາຍງານມາຊ່ອງທາງ ເບີວອດແອັບ 02028899774 ຫຼື ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Related Posts

Leave a Reply

Your email address will not be published. Required fields are marked *