Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ມີຜູ້ໃຊ້ເຟສບຸກທ່ານຫນື່ງຊື່ວ່າ໋ ນ້ໍາໃຈ Numjai ໄດ້ໂພສວ່າ: ມີການເກັບຄ່າຜ່ານທາງ ດ່ານນາຈາຫຼີດ ນະຄອນໄກສອນ ສະຫວັນນະເຂດ 100,000-300,000 ກີບຕໍ່ຄັນລົດ ບໍ່ວ່າຈະເປັນລົດຂົນສົ່ງທີ່ມີເອກກະສານຄົບຖ້ວນຈາກສະເພາະກິດ ມີໃບສັກຢາວັກຊີນໂຄວິດ ລົດສົ່ງສະບຽງອາຫານ ລົດຂົນສົ່ງເຄື່ອງໃຊ້ຈໍາເປັນ

ທີ່ແລ່ນຜ່ານເສັ້ນດັ່ງກ່າວແມ່ນຕ້ອງໄດ້ເສຍຄ່າຜ່ານທາງ ໂດຍບໍ່ມີເຫດຜົນ ຫຼັງຈາກມີຄໍາສັ່ງຈາກ ທ່ານປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິການ ໃຫ້ປິດການສັນຈອນເສັ້ນດັງກ່າວ ເຮັດໃຫ້ພໍ່ແມ່ປະຊາຊົນທີ່ຢູ່ຕ່າງເມືອງທີ່ຕ້ອງໄດ້ອາໃສອາຫານການກິນຢາຮັກສາໂລກລະເຄື່ອງໃຊ້ຈໍາເປັນຈາກພາຍໃນເມືອງມີຄວາມຍາກລໍາບາກ

ໂດຍບໍລິສັດຂົນສົ່ງບໍ່ສາມາດເດີນທາງໄດ້ຈາກສະພາບການຮຽກເກັບຄ່າຜ່ານທາງ ໃນດ່ານນາຈາຫຼີດ 100,000-300,000ກີບຕໍ່ຄັນຕໍ່ທ້ຽວ..ສຽງສະທ້ອນຈາກບັນດາອ້າຍນ້ອງທີ່ຂົນສົ່ງເຄື່ອງຂອງໄປຕ່າງເມືອງ ຢາກໃຫ້ເຈົ້ານະຄອນໄກສອນໄດ້ທົບທວນຄໍາສັ່ງການປິດກັ້ນດ່ານແລະກວດກາການເສຍເງິນຜ່ານທາງ..ທີ່ບໍ່ຈໍາເປັນຂອງຈຸດສະກັດກັ້ນ..ຢາກໃຫ້ທ່ານໄດ້

ໃຫ້ອໍານວຍຄວາມສະດວກແກ່ຜູ້ຂົນສົ່ງອາຫານການກິນ ຢາຮັກສາໂລກ ເຄືອງໃຊ້ຈໍາເປັນໄປພື້ນທີ່ຫ່າງໄກໂດຍອາໃສບໍລິສັດຂົນສົ່ງຕ່າງໆໃນສະພາວະຫຍຸ້ງຍາກຊ່ວງໂຄວິດນິ້ ໃຫ້ສອດຄ້ອງກັບຄວາມເປັນຈິງ ຈຶ່ງຢາກໃຫ້ຂັ້ນເທິງຊ່ວຍຊີ້ແນະທິດຊີ້ນໍາກັບເຈົ້າຫນ້າທີ່ໃນດ່ານໃຫ້ຄວາມສະດວກແກ່ຜູ້ທີ່ນໍາສົ່ງເຄື່ອງກິນເຄືອງຢູ່ໄປໃຫ້ຄົນຕ່າງເມືອງ.ບໍ່ໃຫ້ມີການເກັບເງິນຄ່າຜ່ານທາງ ແລະເພີ່ມ

ການອອກກົດລະບຽບໃຫ້ລະອຽດຂຶ້ນໂດຍອ້າງອິງເຖິງການສົ່ງອາຫານການກິນໃຫ້ເປັນສິ່ງສໍາຄັນບໍ່ໃຫ້ປິດກັ້ນສະກັດກັ້ນການຂົນສົ່ງຂອງສະບຽງອາຫານເຄືອງໃຊ້ຈໍາໃນສະພາວະຫຍຸ້ງຍາກນີ້
ທີ່ມາ:
