Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 26 ສິງຫາ 2021, ເວລາ 00:00 ໂມງ, 02 :14 ໂມງ. ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນຂອບເຂດທົ່ວປະເທດເຊີ່ງໄດ້ພົບ ສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈໍານວນ 02 ຄັ້ງ, ໃນບໍລິເວນແຂວງ ໄຊຍະບູລີ ແລະ ແຂວງ ບໍ່ແກ້ວ ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:

– ໃນເວລາ 00:00:46 ຂອງໂມງທ້ອງຖີ່ນ ຈຸດສູນກາງ ເສັ້ນຂະຫນານທີ 19.433° ອົງສາເຫນືອ ແລະ ເສັ້ນແວງທີ 101.500° ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 1.9 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງຫນ້າດິນປະມານ 3 Km ຈຸດສູງ ກາງເກີດແຜ່ນດິນໄຫວຢູ່ ບ້ານໂພນໂຮມ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວແມ່ນໃກຈາກ ເທດສະບານ ເມືອງ ໄຊຍະບູລີ ປະມານ 24 Km.

– ໃນເວລາ 02:14:41 ຂອງໂມງທ້ອງຖີ່ນ ຈຸດສູນກາງ ເສັ້ນຂະຫນານທີ 20.354° ອົງສາເຫນືອ ແລະ ເສັ້ນແວງທີ 100.38° ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 2.0 ຣິກເຕີ້, ເຊິ່ງມີຄວາມເລິກຈາກເທິງຫນ້າດິນປະມານ 1 km ຈຸດສູງ ກາງເກີດແຜ່ນດິນໄຫວຢູ່ບ້ານດອນຄູນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວແມ່ນໃກ້ຈາກ ເທດສະບານ ເມືອງ ຫ້ວຍຊາຍ ປະມານ 14 K11.

ຫມາຍເຫດ: ເຫດການແຜ່ນດິນໄຫວດັ່ງກ່າວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
