Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຂປລ.ຕາມຂ່າວຈາກ ນະຄອນຫລວງ ແບັກແລ້ງ,ວັນທີ26ສິງຫານີ້,ທ່ານ ນາງ ອັງເກລາ ແມຣເຄີລ(Angela Merkel),ນາຍົກ ລັດຖະມົນຕີ ເຢຍລະມັນ ກຽມລາອອກ ຈາກຕຳແໜ່ງ ໃນອາຍຸ 67ປີ ເຊິ່ງໄດ້ຮັບການ ຂະໜານນາມວ່າ ເປັນຜູ້ນຳ ແຫ່ງໂລກເສລີ ຫລັງຈາກ ສ້າງປະຫວັດສາດ ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ມາຍາວນານ ທີ່ສຸດເຖິງ 16ປີ

ອທວ ນັບແຕ່ ເດືອນພະຈິກປີ 2005 ເປັນຕົ້ນມາ ທີ່ຊະນະການເລືອກຕັ້ງ 4 ສະໄໝ ຕິດຕໍ່ກັນ ແລະ ສາມາດ ຊະນະ ສະໄໝທີ່ 5 ໄດ້ຢ່າງໂປ່ງໃສ ເມື່ອລົງເລືອກຕັ້ງທົ່ວໄປ ໃນວັນທີ26 ກັນຍາປີ2018 ທ່ານ ນາງ ອັງເກລາ ແມຣເຄີລ.

ປະກາດວ່າ: ຈະລົງຈາກຕຳແໜ່ງ ຫົວໜ້າພັກ ຊີດີຢູ(CDU)ໃນກອງປະຊຸມໃຫຍ່ ຂອງພັກ ໃນທ້າຍປີນີ້ ແລະ ຈະບໍ່ລົງເລືອກຕັ້ງ ນາຍົກລັດຖະມົນຕີ ເຢຍລະມັນ ໃນທ້າຍປີ2021./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ