Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນທັງເປັນການປະຕິບັດຕາມແຜນການເຄື່ອນໄຫວວຽກງານວິຊາສະເພາະ ຂອງພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ທີ່ວາງໄວ້ເປັນຕົ້ນແມ່ນ ການລົງໂຄສະນາຢູ່ 3 ຈຸດຄື: ໄຟອໍານາດໂທລະໂຄງ, ໄຟອໍານາດຮ່ອງແຊງ ແລະ ໄຟອໍານາດກໍາມະບານ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເພື່ອປູກຈິດສໍານຶກໃຫ້ຜູ້ຂັບຂີ່ມີສະຕິລະວັງຕົວ.

ພັຕ ຫຼຽນໄຊ ມົງຄຸນຄໍາ ຫົວໜ້າກອງໂຄສະນາ ຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 25 ສິງຫາ 2021, ເຈົ້າໜ້າທີ່ຕໍາຫຼວດພວກເຮົາໄດ້ສຸມໃສ່ການໂຄສະນາ ເພື່ອປູກຈິດສໍານຶກໃຫ້ນັກຂັບຂີ່ຮັບຮູ້ ແລະ ເຂົ້າໃຈກົດລະບຽບຈະລາຈອນເປັນຕົ້ນແມ່ນ: ການໃຫ້ກຽດກັນເວລາຂັບຂີ່, ບໍ່ຄວນຂີ່ລົດປະໝາດ, ບໍ່ໃຊ້ຄວາມໄວເກີນກໍານົດ, ບໍ່ຈອດລົດຢຽບເສັ້ນທາງມ້າລາຍ, ບໍ່ລ່ວງໄຟອໍານາດ ແລະ ອື່ນໆ.

ນອກຈາກນີ້ ຍັງໄດ້ແນະນໍາຜູ້ຂັບຂີ່ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນCovid ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດເຊັ່ນວ່າ:

ຖ້າຫາກບໍ່ມີຄວາມຈໍາເປັນແມ່ນໃຫ້ຢູ່ບ້ານ ຫຼືກໍລະນີມີຄວາມຈໍາເປັນຕ້ອງອອກຈາກບ້ານແມ່ນໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ລ້າງມືດ້ວຍນໍ້າຢາຂ້າເຊື້ອພະຍາດທຸກຄັ້ງ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ ທັງເປັນການສະກັດກັ້ນບໍ່ໃຫ້ໂຄວິດ ແພ່ລາມເປັນວົງກວ້າງ.