Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເມືອງກາສີ ທຳລາຍ ແລະ ຍຶດໄມ້ຜິດກົດໝາຍ.ໂດຍປະຕິບັດຕາມຄຳສັ່ງ ເລກທີ 15/ນຍ ລົງວັນທີ ວ່າດ້ວຍການເພີ່ມທະວີເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້,

ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ເວົ້າລວມ ເວົ້າສະເພາະກໍ່ແມ່ນປະຕິບັດຕາມຂໍ້ຕົກລົງ ຂອງທ່ານເຈົ້າເມືອງໆກາສີ ສະບັບເລກທີ 167/ຈມ.ກສ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການຍຶດໄມ້ເປັນຂອງລັດ ແລະ ທຳລາຍໄມ້ທີ່ອາຍັດໄວ້ຢູ່ປ່າ.
ມາໃນວັນທີ 27 ສິງຫາ 2021ນີ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງກາສີ ໄດ້ສົມທົບກັບຄະນະສະເພາະກິດເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ພາຍໃນມືອງກາສີ ໄດ້ລົງຈູດທຳລາຍໄມ້ທີ່ອາຍັດໄວ້ຢູ່ປ່າ ເຂດປ້ອມຍາມພູບວກຊ້າງ ບ້ານໜອງສານ.

ສຳລັບໄມ້ທີ່ຍຶດໃນຄັ້ງນີ້ ແມ່ນເປັນປະເພດໄມ້ຂຽງ ( ໄມ້ກະດອມ) ເຊີ່ງມີທັງໝົດ 170 ບ້ອມ ໃນນີ້ໄດ້ຍຶດໄວ້ຢູ່ຫ້ອງວ່າການເມືອງ ຈຳນວນ 94 ບ້ອມ ແມ່ນທາງເມືອງເຫັນດີໃຫ້ມີການປະມູນຂາຍເພື່ອນຳເງິິິນເຂົ້າງົບປະມານຂອງລັດ.
ສ່ວນວ່າໄມ້ທີ່ອາຍັດຢູ່ປ່າ ຈຳນວນ 76 ບ້ອມ ແມ່ນເຫັນດີໃຫ້ທຳລາຍຖິ້ມຢູ່ກັບທີ່ ເພື່ອບໍ່ໃຫ້ບຸກຄົນ ຫຼື ກຸ່ມຄົນບໍ່ດີສວຍໂອກາດລັກລອບຕັດໄມ້ ແລະ ເຄື່ອນຍ້າຍໄມ້ໃນຕໍ່ໜ້າ.

ເຂົ້າຮ່ວມຈູດທຳລາຍໄມ້ໃນຄັ້ງນີ້ມີ ທ່ານ ແພງຄຳ ຈັນທະມຸງຄຸນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ທັງເປັນສະມາຊິກສະພາປະຊາຊົນແຂວງວຽງຈັນ ປະຈຳເມືອງກາສີ, ມີ ທ່ານ ບຸນທ່ຽງ ວິລະພົນ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງກາສີ, ມີເຈົ້າໜ້າທີ່ປ່າໄມ້ ພ້ອມດ້ວຍພະນັກງານຫ້ອງການທີ່ກ່ຽວຂ້ອງ ພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
#ນັກຂ່າວ: ອຳພອນ