ເປັນຈັງໃດພີ່ນ້ອງດີໃຈແຮງເດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສຸດທ້າຍທີມລົດຕັງຍານເກາະເຮົາກໍສາມາດ ເຂົ້າຮອບ 4 ທີມສຸດທ້າຍໄດ້.

ເກ່ງຫຼາຍ ຊົມເຊີຍເດີ ລົດຕັງຍານເກາະ.

ArmyGame2021.

ທີ່ມາ.

ອັບເດດ ຂ່າວຮ້າຍ ຕົກຮອບວ່າຊັນ 2.9.2021 ບໍ່ແມ່ນໄດ້ອັນດັບ 3

ກຳມະການໃຫ້ຕົກຮອບແລ້ວ ຂ້າພະເຈົ້າໃນນາມຫົວຫນ້າທີມລົດຕັງ ກອງທັບ ປຊຊລາວ ຕາງຫນ້າບັນດານັກສູ້ພາຍໃນທີມ ຂໍໂທດຂໍອາໄພນຳພີ່ນ້ອງປະຊາຊົນຄົນລາວ ທີ່ຊົມ ແລະ ເຊຍໃຫ້ກຳລັງໃຈໃນການແຂ່ງຂັນນຳໃຊ້ພາຫະນະອາວຸດທີ່ທັນສະໄຫມໃນເວທີສາກົນລະດັບໂລກທີ່ດຸເດືອດ.

ມື້ນີ້ເປັນມື້ຊິງເຂົ້າຮອບຊິງຊະນະເລີດ ໃນທາມກາງສາຍຝົນ 3 ຈຸລົດໄດ້ແຂ່ງຂັນຢ່າງລຸລັງທຸເລ ຜ່ານຜ່າບັນດາອຸປະສັກ ພ້ອມທັງຍິ່ງເປົ້າທັງປືນໃຫຍ່ ແລະ ປືນຈັກ ຂັບຜ່ານສີ່ງກີດຂວາງເສັ້ນທາງປຽກມື່ນ ສຸດທ້າຍສາມາດຍາດໄດ້ອັນດັບ 2 ຂອງກູ່ມແຂ່ງຂັນ ລວມເວລາທັງຫມົດເປັນອັນດັບ 3 ຂອງກູ່ມ B ແຕ່ກຳມະການຕັດສິນໃຫ້ພວກເຮົາຕົກຮອບເຮັດໃຫ້ຫລາຍປະເທດທີສະແດງຄວາມຍີນດີນຳພວກເຮົາ ຕົກຕະລຶງ ແລະ ພວກເຮົາກໍ່ງົງໄປພ້ອມໆກັນ ສະນັ້ນຈີ່ງແຈ້ງໃຫ້ບັນດາທ່ານເພືອຊາບ ແລ້ວເຫັນຄວາມຈໍາເປັນນຳພວກເຮົາດ້ວຍ.

ທ້າຍນີ້ກໍ່ຂໍຂອບໃຈນຳການນຳພັກລັດ ການນຳກະຊວງປ້ອງກັນປະເທດ ທີ່ໃຫ້ໂອກາດພວກເຮົາມາສະແດງຄວາມສາມາດໃນເວທີສາກົນລະດັບໂລກ ພິເສດ ຂໍຂອບໃຈນຳພີ່ນ້ອງປະຊາຊົນຄົນລາວທີ່ໃຫ້ກຳລັງໃຈຊົມ & ເຊີຍຢ່າງຫລວງຫລາຍ ພິເສດ ອີກເທື່ອຫນຶ່ງ ຂໍຂອບໃຈນຳບັນດາບໍລິສັດຫ້າງຮ້ານ ບຸກຄົນ, ນິຕິບຸກຄົນ ຕ່າງໆແລະທະນາຄານລາວ-ຫວຽດ ,

ທະນາຄານ ການຄ້າຕ່າງປະເທດລາວ ທີ່ໄດ້ສະຫນັບສະຫນູນທືນຮອນຈຳນວນຫນື່ງແບງເບົາຄວາມຫຍູ້ງຍາກໃຫ້ພວກເຮົາ ກ່າວມາຮອດຈຸດນີ້ໄດ້ ຂໍອວຍໄຊໃຫ້ພອນບັນດາທ່ານຈົ່ງພ້ອມກັນມີຄວາມສຸກກາຍສະບາຍໃຈມີຜົນສຳເລັດທຸກຫນ້າທີ່ການງານ ມີໂຊກລາບລໍ້າລວຍຕະຫລອດໄປເທີນ ຫວັງວ່າໂອກາດຫນ້າຈະໄດ້ຮັບການສະຫນັບສະຫນູນຈາກບັນດາທ່ານອິກດ້ວຍ.

ຫົວໜ້າທີມລົດຕັງຍານເກາະ

ທີ່ມາ

Related Posts

Leave a Reply

Your email address will not be published. Required fields are marked *