Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຄະນະສະເພາະກິດແຈ້ງຂ່າວ “ວັນນີ້ 02 ກັນຍາ 2021, ມື້ຜ່ານມາໄດ້ກວດວິເຄາະທັງໝົດ 3,711 ຕົວຢ່າງ.”(1).

ຜົນການວິໄຈພົບຜູ້ຕິດເຊື້ອ COVID-19 ຈຳນວນ ( + 170 ) ກໍລະນີ, “( + 129 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 41 ) ກໍລະນີຊຸມຊົນທີ່ໄດ້ມີການສຳພັດກັບຜູ້ຕິດເຊື້ອຜ່ານມາ” ແລະ ລວມສະຖິຕິຜູ້ຕິດເຊື້ອທັງໝົດ ( 15,459 ) ກໍລະນີ:
1. ນະຄອນຫຼວງວຽງຈັນ (+ 26 ) ກໍລະນີທີ່ປະກອບດ້ວຍ “(+ 17 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 09 ) ກໍລະນີຊູມຊົນ ທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ, ຈາກຈຳນວນການວິເຄາະທັງໝົດ 1,531 ຕົວຢ່າງ,
2. ແຂວງບໍແກ້ວ (+ 04 ) ກໍລະນີຊຸມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ,3. ແຂວງຫຼວງພະບາງ (+ 01 ) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ,4. ແຂວງໄຊຍະບູລີ ( + 01 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ, 5. ແຂວງບໍລິຄຳໄຊ ( + 03 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,
6. ແຂວງຄຳມ່ວນ ( + 17 ) ກໍລະນີ ທີ່ປະກອບດ້ວຍ “( + 13 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 04 ) ກໍລະນີຊູມຊົນ ທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ,7. ແຂວງສາລະວັນ (+ 42 ) “(+ 41 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 01 ) ກໍລະນີຊູມຊົນ ທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ,8. ແຂວງສະຫວັນນະເຂດ ( + 70 ) ກໍລະນີ, “(+ 48 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 22 ) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ”,

ຈາກຈຳນວນການວິເຄາະທັງໝົດ 474 ຕົວຢ່າງ,9. ແຂວງຈຳປາສັກ ( + 06 ) ກໍລະນີ “(+ 06 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 01 ) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ”, ຈາກຈຳນວນການວິເຄາະທັງໝົດ 243 ຕົວຢ່າງ;(2). ລວມຍອດຜູ້ທີ່ຍັງຮັບການປິ່ນປົວ ( 5,317 ) ກໍລະນີ;(3). ປິ່ນປົວຫາຍດີວັນນີ້ ( – 280 ) ກໍລະນີ ແລະ ລວມສະຖິຕິຜູ້ທີ່ປິ່ນປົວຫາຍດີທັງໝົດ ແລະ ອອກຈາກໂຮງໝໍແລ້ວຈຳນວນ ( 10,137 ) ກໍລະນີ;(4). ເສຍຊີວິດ ( 00 ) ກໍລະນີ (ໃໝ່) ແລະ ລວມສະຖິຕິຈຳນວນຜູ້ເສັຍຊີວິດ ( 14 ) ກໍລະນີ;(5). ລາຍລະອຽດຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີລາຍລະອຽດດັ່ງນີ້:(ໜື່ງ).

ນະຄອນຫຼວງວຽງຈັນ 09 ຄົນ:1. ກໍລະນີ (01), ເພດຊາຍ ອາຍຸ 44 ປີ ມາຈາກ ບ້ານໜອງແຫ້ວ ເມືອງຫາດຊາຍຟອງ, ເຊິ່ງໄດ້ກັກໂຕແຍກປ່ຽວຢູ່ບ້ານຕັ້ງແຕ່ວັນທີ່ 24 ສິງຫາ 2021,2. ກໍລະນີ (02-09), ທັງໝົດເດີນທາງມາຈາກບໍ່ແກ້ວ ແລະ ມາກັກຕົວ ຢູ່ສູນຫລັກ 27 ແລະ ສູນ ປາກງື່ມ;(ສອງ). ແຂວງສະຫວັນນະເຂດ 22 ຄົນ:1. ພະນັກງານແພດ (01) ກໍລະນີ ແລະ (01) ກໍລະນີເປັນພະຍາບານ ຢູ່ບ້ານໄຊຍະພູມ ແຕ່ເຮັດວຽກຢູ່ຕຶກເດັກຂອງ ໂຮງໝໍແຂວງສະຫວັນນະເຂດ;2. ຈຳນວນ 03 ກໍລະນີ ເປັນພະນັກງານລັດຕະນະລັງສີ,3. ຈຳນວນ 02 ກໍລະນີ ເປັນພະນັກງານລ້ານຊ້າງ ທີ່ກັກໂຕຢູ່ໂຮງແຮມ ທີ່ມີສາຍພົວພັນກັບພະນັກງານຂັບລົດ ບໍລິສັດຕະນະວົງ,4. ຈຳນວນ 13 ກໍລະນີ ເປັນພະນັກງານເວນຍາມຂອງບໍລິສັດສະຫວັນປາກ,5. ຈຳນວນ 01 ກໍລະນີ ບ້ານອຸດົມວິໄລ,6. ຈຳນວນ 01 ກໍລະນີ ບ້ານລັດຕະນະລັງສີໃຕ້,7. ຈຳນວນ 01 ກໍລະນີ ບ້ານໂພນສະຫວ່າງໃຕ້;(ສາມ). ແຂວງຄໍາມວນ 04 ຄົນ:1. ຈຳນວນ 03 ກໍລະນີ ແມ່ນອາສາສະໜັກ ທີ່ເປັນພະຍາບານ ແລະ ມາປະຈໍາການຢູ່ສູນກັກກັນສະໜາມກິລາແຂວງຄໍາມ່ວນ ໃນວັນທີ 21 ສິງຫາ 2021, ຊຶ່ງທັງ 03 ຄົນ ມີອາການໄຂ້ ແລະ ໄອ ເລີ່ມອາການວັນທີ 31 ສິງຫາ 2021,2. ຈຳນວນ 01 ກໍລະນີ ບ້ານເລົ່າໂພນໄຊ ເມືອງທ່າແຂກ ແລະ ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ;(ສີ່).

ແຂວງບໍ່ແກ້ວ 04 ຄົນ:1. ຈຳນວນ 03 ກໍລະນີ ມາຈາກເມືອງຕົ້ນເຜິ້ງ (ໜື່ງໃນ 03 ຄົນ ແມ່ນ ເຈົ້າໜ້າທີ່ຕຳຫລວດຈາກເມືອງຕົ້ນເຜິ້ງ),2. ຈຳນວນ 01 ກໍລະນີ ແມ່ນມາຈາກເມືອງຫ້ວຍຊາຍ;(ຫ້າ). ແຂວງຫຼວງພະບາງ 01 ຄົນ ເປັນເພດຍິງ ອາຍຸ 49 ປີ ອາຊີບເຮັດນາ ບ້ານນາຝາຍ ເມືອງນານ ເປັນຜູ້ສໍາຜັດກັບຜູ້ຕິດເຊື້ອກ່ອນໜ້ານີ້ (ໄດ້ໄປຮ່ວມງານສົບ),(ຫົກ). ແຂວງສາລະວັນ 01 ຄົນ ເປັນພະນັກງານຂັບລົດທະຫານປະຈຳຢູ່ສູນວິທະຍາໄລຄູເມືອງສາລະວັນປະຈຸບັນ.