Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໃນວັນທີ 01 ກັນຍາ 2021 ນີ້, ທ່ານ ສົມນິດ ໄຊທະວົງສິດ ກໍາມະການພັກເມືອງ ຮອງເຈົ້າເມືອງ(ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ) ແລະທ່ານ ໂພເພັດ ບຸນທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງບໍ່ແກ້ວ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງຂອງແຂວງ-ຂອງເມືອງໄດ້ລົງໄປຢ້ຽມຢາມ ແລະ ຊ່ວຍເຫຼືອເດັກນ້ອຍໃນຄອບຄົວທຸກຍາກ ຢູ່ບ້ານວຽງພັດທະນາ ເມືອງຜາອຸດົມ ແຂວງບໍ່ແກ້ວ.

ຕາມການລາຍງານຂອງວິຊາການຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງ ໄດ້ລົງສົມທົບກັບ ອໍານາດການປົກຄອງບ້ານ ແລະ ພີ່ນ້ອງຂອງເດັກນ້ອຍໃນຄອບຄົວທຸກຍາກ ຈໍານວນ 04 ຄົນດັ່ງກ່າວໃຫ້ຮູ້ວ່າ: ເດັກນ້ອຍ ຈໍານວນ 04 ຄົນ, ຍິງ 01 ຄົນ ຄື:

ນາງ ເລົາລີ ອາຍຸ 11 ປີ, ທ້າວ ອົງລີ ອາຍຸ 09 ປີ, ທ້າວ ວືລີ ອາຍຸ 07 ປີ ແລະ ຕູໃຈລີ ອາຍຸ 05 ປີ ເປັນລູກຂອງທ້າວ ກໍ ລີ ແລະ ນາງ ໄມ ວາ, ປະຈຸບັນຢູ່ບ້ານ ວຽງພັດທະນາ ເມືອງຜາອຸດົົມ ເຊິ່ງດ້ວຍຄວາມຈໍາເປັນຂອງສະພາບຄອບຄົວ ທັງສອງຜົວ-ເມຍ ຜູ້ເປັນພໍ່ ແລະ ແມ່ຂອງເດັກນ້ອຍທັງ 04 ຄົນ ໄດ້ແຍກທາງກັນຢູ່ ແລະ ພໍ່ໄດ້ໄປຊອກວຽກເຮັດ-ງານທໍາ ຢູ່ນະຄອນຫຼວງວຽງຈັນ ໄດ້ 06 ເດືອນກວ່າ ໂດຍໄດ້ຝາກລູກ ໃຫ້ພໍ່ປູ່-ແມ່ຍ່າ ເປັນຜູ້ເບິ່ງແຍງດູແລ ແລະ ຜູ້ກ່ຽວກໍ່ໄດ້ຝາກເງິນມາໃຫ້ລູກເປັນປົກກະຕິໃນແຕ່ລະເດືອນ.
ທ່ານ ສົມນິດ ໄຊທະວົງສິດ ຮອງເຈົ້າເມືອງ(ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ) ໄດ້ມີຄໍາເຫັນໂອ້ລົມ ຕໍ່ພໍ່ປູ່-ແມ່ຍ່າ ຂອງເດັກນ້ອຍ 04 ຄົນ ແລະ ອົງການຈັດຕັ້ງບ້ານວ່າ: ຕໍ່ບັນຫາດັ່ງກ່າວ ທາງຫ້ອງການກ່ຽວຂ້ອງ ກໍ່ຄື ຄະນະພັກຂັ້ນເທິງ ກໍ່ບໍ່ໄດ້ປ່ອຍປະລະເລີຍ ເຊິ່ງຍາມໃດພັກ-ລັດ ກໍ່ມີຄວາມເປັນຫວ່ງເປັນໃຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ຢ່າງສະເໝີຕົ້ນ ສະເໝີປາຍ ໃນນີ້,

ທາງຄະນະພັກຂັ້ນເທິງ ໄດ້ຊີ້ນໍາຫ້ອງການກ່ຽວຂ້ອງ ລົງຕິດຕາມເກັບກໍາຂໍ້ຄອບຄົວທຸກຍາກ ຕາມລະບຽບ ຫຼັກການ ຢ່າງເປັນປົກກະຕິ ເຊິ່ງຄອບຄົວຂອງເດັກນ້ອຍດັ່ງກ່າວ ໄລຍະຜ່ານມາ ກໍ່ເປັນຄອບຄົວທຸກຍາກ ທີ່ຢູ່ໃນຖານຂໍ້ມູນຄອບຄົວທຸກຍາກຂອງເມືອງ ແລະ ໄດ້ຮັບການຊ່ວຍເຫຼືອເບິ່ງແຍງ ຈາກພາກສ່ວນທີ່ກ່ຽວຂ້ອງ ຕາມລະບຽບການ ພ້ອມນີ້ ທ່ານ ຍັງໄດ້ຮຽກຮ້ອງໃຫ້ ພໍ່ປູ່ແມ່ຍ່າ ຫຼື ພີ່ນ້ອງຂອງເດັກນ້ອຍ ແລະ ຄະນະພັກຮາກຖານ, ອໍານາດການປົກຄອງບ້ານ ຈົ່ງສືບຕໍ່ເບິ່ງແຍງ-ດູແລ ເຂົາເຈົ້າໃຫ້ມີຄວາມອົບອຸ່ນ ຖືກຕ້ອງຕາມຮິດຄອງປະເພນີ ທີ່ເຄີຍປະຕິບັດກັນມາ ຖ້າມີບັນຫາ ຫຼື ຂາດເຂີນສິ່ງຈໍາເປັນແນວໃດ ໃຫ້ສະເໜີຫາຫ້ອງການທີ່ກ່ຽວຂ້ອງ ເພື່ອຊ່ວຍເຫຼືອຕາມເງື່ອນໄຂ ແລະ ລະບຽບ ຫຼັກການຂອງຂະແໜງການທີ່ກ່ຽວຂ້ອງ.

ໂອກາດ ລົງຢ້ຽມຢາມ ແລະ ຊ່ວຍເຫຼືອເດັກນ້ອຍໃນຄັ້ງນີ້ ທ່ານ ສົມນິດໄຊທະວົງສິດ ຮອງເຈົ້າເມືອງ(ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ) ຕາງໜ້າໃຫ້ການນໍາຂອງແຂວງ-ຂອງເມືອງ ແລະຫ້ອງການທີ່ກ່ຽວຂ້ອງໄດ້ນໍາເອົາເຄື່ອງຊ່ວຍເຫຼືອປະເພດເຄື່ອງນຸ່ງຮົ່ມ ແລະ ອາຫານແຫ້ງ ລວມມູນຄ່າ 1.000.000 ກວ່າກີບ. ມອບໃຫ້ເດັກນ້ອຍທັງ 04 ຄົນ ເພື່ອເປັນຂວັນກໍາລັງໃຈ ແລະ ບັນເທົາຄວາມທຸກຈົນ ໂດຍມີຄະນະພັກຮາກຖານ, ອໍານາດການປົກຄອງບ້ານ ແລະ ພີ່ນ້ອງຂອງ ເດັກນ້ອຍ ທັງ 04 ຄົນ ເຂົ້າຮ່ວມເປັນສັກຂີພີຍານ.
ຂ່າວ: ບຸນໜຽວ ຈະເລີນຜົນ
ພາບ: ວົງຄໍາ ຍອດມີໄຊ ( ຫ້ອງການ ຮສສ ເມືອງ )