Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສັນລະເສີນນຳ້ໃຈຜູ້ເປັນແມ່, ຍອມທຸກຢ່າງເພື່ອລູກ ທັ້ງໆທີ່ຮູ້ວ່າອັນຕະລາຍ.ຂໍຮ່ວມເປັນກຳລັງໃຈໃຫ້ 3 ແມ່ລູກ ຈົ່ງປອດໄພ ແລະ ຫາຍຈາກພະຍາດໂດຍໄວ.

ນ້ອງ ອິນທະລັກ ສັນຕິສຸກ ໜຶ່ງໃນພະຍາບານຄົນເກັ່ງ ທີ່ປະຕິບັດໜ້າທີ່ຢູ່ ຕຶກແຍກປ່ຽວ ໂຮງໝໍແຂວງຫຼວງພະບາງ ເຊິ່ງໄດ້ຄຽງບ່າຄຽງໄຫຼ່ ກັບທ່ານໝໍ ແລະ ຄົນເຈັບ ເພື່ອຕໍ່ສູ້ກັບພະຍາດ ໂຄວິດ-19 ແລະ ມີຜົນງານຢ່າງຫຼວງຫຼາຍ ຕະຫຼອດໄລຍະຜ່ານມາ.ບັດນີ້ ຈັ່ງແມ່ນໂຊກຮ້າຍສຸດໆ ເມື່ອຮູ້ຂ່າວວ່າ ຜົນກວດໂຄວິດ-19 ຂອງລູກສາວ ແລະ ລູກຊາຍທັງ 2 ອອກມາເປັນຜົນບວກ (ຕິດເຊື້ອຈາກຊຸມຊົນ, ບໍ່ແມ່ນຕິດເຊື້ອຈາກແມ່ທີ່ເຮັດວຽກຢູ່ໂຮງໝໍ).

ປະຈຸບັນ ນ້ອງພະຍາບານຄົນເກັ່ງຈຳເປັນຕ້ອງໄດ້ສຽງໄພ ຖອດຊຸດປ້ອງກັນຕົນເອງ (PPE) ອອກ ແລະ ໃສ່ພຽງຜ້າອັດປາກດັງ ແລ້ວເຂົ້າໄປດຳລົງຊີວິດຮ່ວມກັບລູກນ້ອຍທັງ 2 ຄົນ ໃນຫ້ອງແຍກປ່ຽວ ເພື່ອເຮັດໜ້າທີ່ແມ່ຜູ້ປະເສີດ ແລະ ແພດທີ່ດີ ໄປພ້ອມໆກັນ.

ຍັງດີທີ່ນ້ອງ ອິນທະລັກ ເປັນຄົນທີ່ມີສຸຂະພາບແຂງແຮງ ແລະ ໄດ້ສັກວັກຊິນ ຄົບສອງເຂັມແລ້ວ, ປະຈຸບັນຜົນກວດໂຄວິດຂອງນ້ອງ ຍັງເປັນຜົນລົບຢູ່.

ຂ້າພະເຈົ້າ ເຫັນຂ່າວນີ້ແລ້ວ ຮູ້ສຶກສະເທືອນໃຈ ແລະ ດູຕົນທັງ 3 ແມ່ລູກ, ແຕ່ສິ່ງທີ່ເຮັດໄດ້ນະທີ່ນີ້ ກໍ່ຄືການສົ່ງກຳລັງໃຈໃຫ້ກັບພວກເຂົາເຈົ້າທັງ 3 ຄົນ ຈົ່ງເຂັ້ມແຂງ, ປອດໄພ ແລະ ຫາຍດີຈາກພະຍາດໂຄວິດ-19 ໂດຍໄວດ້ວຍເຖີ້ນ.

ຂໍກຳລັງໃຈ ໃຫ້ພວກເພິ່ນ ແດ່ເດີ່…
#ຄະນະສະເພາະກິດແຂວງຫຼວງພະບາງສູ້ໆ