Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເກີດແຜ່ນດິນໄຫວຢູ່ເມືອງຫ້ວຍຊາຍ.

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານການ ເກີດແຜ່ນດິນໄຫວ ໃນຄັ້ງວັນທີ 04 ກັນຍາ 2021 ເວລາ 06:43 ໂມງ ໄດ້.

ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 01 ຄັ້ງ ໃນບໍລິເວນເມືອງຫ້ວຍຊາຍແຂວງບໍແກ້ວ ມີຈດສູນກາງຢູ່ເສັ້ນຂະໜານທີ 20.50 ອົງສາເໜືອ ແລະ ເສັ້ນແວງທີ 100.78 ອົງສາຕາເວັນອອກ, ຄວາມ ແຮງສັ່ນສະເທືອນວັດແທກໄດ້ 1.8 ຣີກເຕີ ມີຄວາມເລິກຈາກໜ້າດິນ ປະມານ 6 ກິໂລແມັດ.

ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບ້ານຕູບ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງຈຸດເກີດແຜ່ນດິນໄຫວດັ່ງກ່າວແມ່ນຫ່າງ ຈາກເທສະບານເມືອງຫ້ວຍຊາຍ ປະມານ 45 ກິໂລແມັດ.ເຫດການແຜ່ນດິນໄຫວດັ່ງກ່າວ ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
