Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໃນວັນທີ 4 ກັນຍາ 2021 ນີ້, ກອງປະຊຸມຜູ້ແທນປະຊາຊົນຂອງໄທ ໄດ້ລົງມະຕິໃນຍັດຕິອະທິປາຍບໍ່ໄວ້ວາງໃຈຕໍ່ ທ່ານ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ 5 ຄົນ. ພາຍຫລັງມີການເປີດອະທິປາຍມາແຕ່ວັນທີ 31 ສິງຫາ – 03 ກັນຍາ 2021.

ຜົນຂອງການລົງມະຕິ ທ່ານ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ຂອງໄທ ແລະ ລັດຖະມົນຕີທັງ 5 ທ່ານ ແມ່ນໄດ້ຮັບຄະແນນສຽງໄວ້ວາງໃຈຫລາຍກ່ວາເຄິ່ງໜຶ່ງຂອງຜູ້ມີສິດລົງຄະແນນສຽງໃນສະພາ ໃຫ້ເຮັດໜ້າທີ່ຕໍ່ໄປ.

ໂດຍຜົນຄະແນນຄັ້ງນີ້, ທ່ານ ປະຢຸດ ຈັນໂອຊາ ໄດ້ຮັບຄະແນນສຽງໄວ້ວາງໃຈ 264 ສຽງ, ບໍ່ໄວ້ວາງໃຈ 208 ສຽງ, ບໍ່ລົງຄະແນນສຽງ 3 ສຽງ ແລະ ງົດອອກສຽງ 0 ສຽງ ຈາກຜູ້ລົງຄະແນນສຽງທັງໝົດໃນສະພາ 475 ຄົນ