Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ແຈ້ງການປິດເມືອງທ່າແຂກ ວັນທີ່ 4 -14 ກັນຍານີ້ ອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງຄໍາມ່ວນ ໄດ້ມີກໍລະນີຜູ້ຕິດເຊື້ອຢູ່ໃນຊຸມຊົນເພີ່ມຂຶ້ນຈຳນວນຫຼາຍ ເຊິ່ງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດໃນຊຸມຊົນອອກເປັນວົງກວ້າງ ໂດຍສະເພາະແມ່ນຢູ່ເທດສະບານເມືອງທ່າແຂກ.
ສະນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງ ໄດ້ອອກແຈ້ງການເພື່ອທະວີມາດຕະການປ້ອງກັນໂຄວິດ-19 ຢູ່ໃນພາຍໃນແຂວງຄຳມ່ວນຄື:
1. ໃຫ້ທຸກພາກສ່ວນເອົາໃຈໃສ່ເປັນເຈົ້າການຈັດຕັ້ງປະຕິບັດ ຄຳສັ່ງຂອງ ເຈົ້າແຂວງ ສະບັບເລກທີ 07/ຈຂ, ລົງວັນທີ 31 ສິງຫາ 2021 ຢ່າງເຂັ້ມງວດ ແລະ ເດັດຂາດ.
2. ໃຫ້ປິດການເຂົ້າ-ອອກ ເທດສະບານເມືອງທ່າແຂກ ຈົນຮອດວັນທີ 13 ກັນຍາ 2021, ຫ້າມບຸກຄົນໃນເທດສະບານເມືອງທ່າແຂກ, ບຸກຄົນຕ່າງແຂວງ ແລະ ຕ່າງເມືອງ ເດີນທາງເຂົ້າ-ອອກ ເທດສະບານເມືອງທ່າແຂກ ໂດຍເດັດຂາດ, ຖ້າມີຄວາມຈຳເປັນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ; ລົດຂົນສົ່ງສິນຄ້າ, ລົດໂດຍສານ, ລົດສ່ວນບຸກຄົນ ທີ່ເດີນທາງຜ່ານແຂວງຄໍາມ່ວນ ຫ້າມຈອດເອົາຄົນ ຂຶ້ນ-ລົງໂດຍເດັດຂາດ, ຖ້າມີການລະເມີດໃຫ້ປະຕິບັດຕາມມາດຕະການຢ່າງເຂັ້ມງວດ.
3. ຫ້າມບໍ່ໃຫ້ມີການສັນຈອນໄປ-ມາ ພາຍໃນເທດສະບານເມືອງທ່າແຂກ ນັບແຕ່ເວລາ 21:30ໂມງ ຈົນເຖິງເວລາ 05:30 ໂມງຂອງວັນຖັດໄປ, ຍົກເວັ້ນກໍລະນີເຈັບເປັນ, ເສຍຊີວິດ, ເຫດການສຸກເສີນຈຳເປັນ ແລະ ຜູ້ໄປເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19. ມອບໃຫ້ເຈົ້າຫນ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຂວງ, ເມືອງທ່າແຂກ ແລະ ບ້ານ ຕິດຕາມ, ກວດກາ ແລະ ລາດຕະເວນ ຖ້າມີການລະເມີດໃຫ້ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
4. ໃຫ້ປິດຕະຫຼາດ ຫຼັກ 2, ຕະຫຼາດຫຼັກ 3 ແລະ ຕະຫຼາດ ເພັດມະນີ ເນື່ອງຈາກມີກໍລະນີຜູ້ຕິດເຊື້ມໃນຊຸມຊົນ. ສ່ວນຕະຫຼາດ ນາໂບ ມອບໃຫ້ເມືອງທ່າແຂກ ແລະ ພາກສ່ວນກ່ຽວຂ້ອງ ຕິດຕາມ, ແນະນໍາໃຫ້ຕິບັດມາຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.
5. ຫ້າມຈັດງານບຸນປະເພນີພາຍໃນວັດ, ບ້ານ, ເຮືອນ ແລະ ສະຖານທີ່ອ່ືນໆໂດຍເດັດຂາດ;ຍົກເວັ້ນກໍລະນີເສຍຊີວິດທີ່ບໍ່ແມ່ນຍ້ອນສາເຫດພະຍາດໂຄວິດ-19. ສ່ວນການຄົບງັນແມ່ນໃຫ້ເຮັດແບບລຽບງ່າຍບໍ່ຢູ່ງານດົນເກີນໄປ, ບໍ່ໃຫ້ມີການຈັດໂຕະກິນ-ດື່ມພາຍໃນງານ ແລະ ການສົ່ງສະການແມ່ນໃຫ້ປະຕິບັດມາດຕະການຢ່າງເຂັ້ມງວດ.
6. ຫ້າມພະນັກງານ, ລັດຖະກອນ, ພໍ່ແມ່ປະຊາຊົນ ພາຍໃນເທດສະບານເມືອງທ່າແຂກ ອອກຈາກເຮືອນ ຫຼື ທີ່ພັກອາໃສຂອງຕົນຢ່າງເດັດຂາດ, ຍົກເວັ້ນກໍລະນີທີ່ຈໍາເປັນ ເຊັ່ນ: ໄປໂຮງໝໍກໍລະນີເຈັບສຸກເສີນ, ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ; ສາມາດໄປໄດ້ແຕ່ໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ, ຕິດຕາມ, ກວດກາ, ຄຸ້ມຄອງດ້ານຈໍານວນ ແລະ ຂອບເຂດການເຄື່ອນໄຫວຢ່າງເຂັ້ມງວດ, ໃຫ້ພໍ່ແມ່ປະຊົນໃນຂອບເຂດເທດສະບານເມືອງທ່າແຂກ ພ້ອມກັນກະກຽມເຄື່ອງ ອຸປະໂພກ-ບໍລິໂພກ, ຢາປົວພະຍາດ, ສະບຽງອາຫານໄວ້ໃນຄົວເຮືອນໃຫ້ພຽງພໍ.
7. ໃຫ້ພະນັກງານ-ລັດຖະກອນ ແລະ ພະນັກງານບໍລິສັດ ເຮັດວຽກຢູ່ເຮືອນຂອງຕົນເອງ; ຍົກເວັ້ນຄະນະສະເພາະກິດ ແລະ ແພດ-ໝໍ, ກໍາລັງ ປກຊ ປກສ, ເຈົ້າໜ້າທີ່ໄດ້ຮັບມອບໝາຍໃຫ້ໄປປະຈຳການຢູ່ດ່ານສາກົນ ແລະ ເຈົ້າຫນ້າທີ່ປະຕິບັດພາລະກິດໃນການຕ້ານໂຄວິດ-19.
8. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ເກີນລາຄາປົກກະຕິ ເປັນຕົ້ນ ແມ່ນເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງອຸປະກອນການແພດ ແລະ ອື່ນໆ; ມອບໃຫ້ ເຈົ້າໜ້າທີ່ກ່ຽວຂ້ອງຕິດຕາມ,ກວດກາ ຖ້າຫາກມີຜູ້ລະເມີດ ໃຫ້ດໍາເນີນມາດຕະການປັບໄໝ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.
9. ໃຫ້ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ຄະນະສະເພາະກິດເມືອງທ່າແຂກເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ລົງໂຄສະນາປະຊາສໍາພັນ ເພື່ອໃຫ້ປະຊາຊົນໄດ້ຮັບຊາບໂດຍທົ່ວເຖິງ.
10. ໃຫ້ກໍາລັງ ປກຊ ແລະ ປກສ ແຂວງ, ຄະນະສະເພາະກິດເມືອງທ່າແຂກ ເປັນເຈົ້າການຊີ້ນໍາການຈັດຕັ້ງທຸກພາກສ່ວນເອົາໃຈໃສ່ລົງໂຄສະນາເຜີຍແຜ່ ແນະນໍາໃຫ້ທຸກບ້ານ ແລະ ຊີ້ນໍາ ອໍານາດການປົກຄອງບ້ານໃຫ້ເຂັ້ມງວດ ພ້ອມທັງເອົາໃຈໃສ່ໃນການກວດກາ, ລາດຕະເວນ ຕະຫຼອດ 24 ຊົ່ວໂມງ; ຖ້າພົບເຫັນ ກຸ່ມຄົນ, ບຸກຄົນມີການລະເມີດໂດຍສະເພາະການຊຸມແຊວ, ດື່ມສິ່ງມຶນເມົາ, ຫຼີ້ນການພະນັນ ແລະ ອື່ນໆ ໂດຍມອບໃຫ້ເຈົ້າໜ້າທີ່ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ພ້ອມກັນຈັດຕັ້ງປະຕິບັດເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ ນັບແຕ່ວັນທີ 4 ຫາ 14 ກັນຍາ 2021.
ຂໍ້ມູນຈາກ.
