Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ແຈ້ງເຕືອນຝົນຕົກໜັກ ໃນວັນທີ 07 ຫາ 09 ກັນຍາ 2021
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນ ສະບັບເລກທີ 1026/ກອຕທ ລົງວັນທີ 7 ກັນຍາ 2021 (ສະບັບທີ 1), ເນື່ອງຈາກວ່າ ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນໄດ້ພາດຜ່ານພາກກາງ ແລະ ພາກໃຕ້ ຂອງປະເທດລາວ

ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ ຫລາຍທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ໃນໄລຍະວັນທີ 07 ຫາວັນທີ 09 ກັນຍາ 2021 ນີ້.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ ແຂວງຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫລວງວຽງຈັນ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫລວງພະບາງ ແລະ ໄຊຍະບູລີ

ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຝົນຕົກໜັກ ພ້ອມມີລົມພັດແຮງທີ່ຈະເຮັດໃຫ້ມີ ດິນເຈື່ອນ, ນໍ້າຖ້ວມກະທັນຫັນ ແລະ ນໍ້າຖ້ວມຊຸ ເກີດຂຶ້ນໃນໄລຍະ 1-2 ວັນຕໍ່ໜ້ານີ້ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.