ຫຍຸ້ງແລ້ວ! ເຈົ້າໜ້າທີ່ຕິດ ໂຄ ວິ ດ 5 ຄົນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:

ນະຄອນຫຼວງ 7 ຄົນ: ຈາກ ບ. ດອນຕິ້ວ ມ. ໄຊທານີ 1 ຄົນ, ບ້ານ. ໄຊ ເມືອງໄຊທານີ 1 ກໍລະນີ (ມາຈາກແຂວງບໍ່ແກ້ວ ກັກໂຕ ຢູ່ ສູນປາກງື່ມ), ບ້ານຊຽງດາ ເມືອງໄຊເສດຖາ 1 ຄົນ ມີອາການໄລຍະກັກຕົວ, ບ້ານອ່າງໃຫ່ຍ 3 ຄົນ ເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ ແລະ ບ້ານ ຫາດຊາຍຂາວ ເມືອງຫາດຊາຍຟອງ 1 ຄົນ ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາເຊັ່ນກັນ.

ຄໍາມ່ວນ 30 ຄົນ: ກຳລັງເກັບກຳຂໍ້ມູນຄົນເຈັບຕິດເຊື້ອທັງໝົດ ສ່ວນລາຍລະອຽດຈະແຈ້ງໃຫ້ທ່ານຊາບພາຍຫຼັງ

ຈໍາປາສັກ 16 ຄົນ: 10 ຄົນແມ່ນພົວພັນກັບກຸ່ມຕິດເຊື້ອເມືອງປະທຸມພອນ, 2 ຄົນແມ່ນຢູ່ນະຄອນປາກເຊ ແລະ ກຳລັງສອບຖາມຂໍ້ມູນເພີ່ມເຕີມ 6 ຄົນ.

ສະຫວັນນະເຂດ 10 ຄົນ: 05 ຄົນແມ່ນເຈົ້າໜ້າທີ່ຢູ່ຄ້າຍຄຸມຂັງ, ພະນັກງານຂັບລົດບໍລິສັດຫຸມຄຳ 02 ຄົນ, 1 ຄົນແມ່ນພະນັກງານເກັບຂີ້ເຫຍື້ອ, 2 ຄົນແມ່ນປະຊາຊົນ ຈາກບ້ານສະພານເໜືອ ແລະ ບ້ານໂພນສະຫ່ວາງໃຕ້.

ບໍ່ແກ້ວ 5 ຄົນ: ໃນນີ້ຈາກເຂດເສດຖະກິດພິເສດ 3 ຄົນ ແລະ 2 ຄົນຈາກເມືອງຫ້ວຍຊາຍ.

ສາລະວັນ 7 ຄົນ: ທັງໝົດເປັນຄົນໃນຄອບຄົວດຽວກັນກັບຜູ້ຕິດເຊື້ອຜ່ານມາ

ຫຼວງພະບາງ 2 ຄົນ: 1 ຄົນເດີນທາງມາຈາກແຂວງບໍ່ແກ້ວທີ່ກັກໂຕຢູ່ສູນຈຳກັດບໍລິເວນ ແລະ 1 ຄົນແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ.

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16,576 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.510 ຄົນ.

Related Posts

Leave a Reply

Your email address will not be published. Required fields are marked *