ຂົນອາຫານ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຕາມສຳນັກງານຂ່າວ ສະຫຍາມລັດ ລາຍງານ: ຕຳຫຼວດນະຄອນພະນົມ ປະເທດໄທ

ວາງແຜນສະກັດກັ້ນຈັບຂະບວນການຂົນອາຫານແຊ່ແຂງ ສົ່ງຂ້າມລາວ ສວຍໂອກາດຊ່ວງດ່ານປິດ ສົ່ງອອກໃຫ້ພໍ່ຄ້າລາວ ຫວັງເອົາກຳໄລຊ່ວງຂາດຕະຫຼາດ ມູນຄ່າເກືອບແສນບາດ. ດັ່ງນັ້ນ, ເຈົ້າໜ້າທີ່ໄທ ຈິ່ງເພີ່ມມາດຕະການ ຄວບຄຸມ ເຂັ້ມງວດຊາຍແດງ 4 ເມືອງ ເພື່ອສະກັດກັ້ນຢາເສບຕິດ ໜີພາສີ ສິນຄ້າໜີພາສີ ທີ່ຈະສວຍໂອກາດຊ່ວງໂຄ ວິ ດ ນີ້.

ເຊິ່ງເຈົ້າໜ້າທີ່ສາມາດຈັບກຸມແຮງງານລາວໄດ້ 4 ຄົນ ມີ ທ້າວ ກົບ ອາຍຸ 40 ປີ, ທ້າວ ຕົ້ນ ອາຍຸ 21 ປີ, ທ້າວ ຊານ ອາຍຸ 18 ປີ ແລະ ທ້າວ ຖຶມ ອາຍຸ 19 ປີ ພ້ອມຂອງກາງອາຫານແຊ່ແຂງ ເຊັ່ນ ໂຄງໄກ່, ລູກຊີ້ນ ລວມນໍ້າໜັກ 1 ໂຕນ ລວມມູນຄ່າບໍ່ຕໍ່າກ່ວາໜຶ່ງແສນບາດ.

ໂດຍຈັບໄດ້ ຂະນະທີ່ກຳລັງຂົນອາຫານລົງເຮືອຫາງຍາວ ບໍລະເວນແຄມຝັງນໍ້າຂອງ ໃນເຂດເທດສະບານທາດພະນົມ ເພື່ອກຽມຂົນສົ່ງໄປຂາຍ ສປປ ລາວ ໂດຍເຈົ້າໜ້າທີ່ ກໍໄດ້ຂະຫຍາຍຜົນຫາທີ່ໄປທີ່ມາຂອງອາຫານ ແລະສືບສວນດຳເນີນຄະດີ ຕາມກົດໝາຍຕໍ່ໄປ.

Related Posts

Leave a Reply

Your email address will not be published. Required fields are marked *