ຈັບຊາຍໄທ! ລະເມີດຊາຍແດນ ຂ້າມມາຮັບເອົາຄົນຂ້າມຝັ່ງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຈັບຊາຍໄທ! ລະເມີດຊາຍແດນ ຂ້າມມາຮັບເອົາຄົນຂ້າມຝັ່ງ

ເວລາ 21 ໂມງ 15 ນາທີ ຂອງວັນທີ 7 ກັນຍາ 2021, ທະຫານຊາຍແດນກອງຮ້ອຍ 245 ອອກລາດຕະເວນພົບເຫັນການລະເມີດຊາຍແດນ, ລັກລອບເອົາເຮືອຂ້າມມາຈອດຢູ່ຝັ່ງລາວ

ຈຶ່ງນຳຕົວມາສອບສວນຮູ້ໄດ້ວ່າ: ທ້າວ ກ (ນາມສົມມຸດ) ອາຍຸ 40 ປິ, ສັນຊາດໄທ ປະຊາຊົນ ບ້ານ ນ້ຳເປ ເມືອງລັດຕະນະວາປີ ແຂວງໜອງຄາຍ ປະເທດໄທ ເຊິ່ງຜູ້ກ່ຽວໄດ້ຖືກນາຍໜ້າຈ້າງມາຮັບເອົາຄົນຂ້າມໄປໄທ ໂດຍໄດ້ຮັບຄ່າຈ້າງ 500 ບາດ/ຄົນ, ດັ່ງນັ້ນຈຶ່ງສົ່ງມອບໃຫ້ ພະແນກສັນຕິບານເມືອງປາກງື່ມດຳເນີນຄະດີຕາມກົດໝາຍ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງປະຊາຊົນທີ່ອາໄສຢູ່ເຂດຊາຍແດນແມ່ນ້ຳຂອງ ຈົ່ງປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ພົບເຫັນການລະເມີດແຈ້ງເບີວອບແອັບ 020 28899774 ຫຼື ຜ່ານທາງຂໍ້ຄວາມເຟສບຸກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ຂໍ້ມູນ: ປ້ອງການຄວາມສະຫງົບນະຄອນຫຼວງວຽງຈັນ

Related Posts

Leave a Reply

Your email address will not be published. Required fields are marked *