Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສະພາບໂຄວ ິິດ ຍັງໜ້າຫ່ວງ ເພາະຢູ່ຕ່າງປະເທດເຊື້ອໂ ຄວິ ດ ຍັງມີການກາຍພັນເປັນເຊື້ອທີ່ຮຸນແຮງ ແລະ ແຜ່ເຊື້ອໄດ້ໄວຂຶ້ນ ລາວເຮົາເອງກໍເຊັ່ນກັນ ລາຍງານຫຼ້າສຸດມີຜູ້ຕິດເ ຊື້ອໂຄ ວິ ດ ເພີ່ມຂຶ້ນທຸກມື້ ໂດຍສະເພາະໃນຊຸມຊົນ.
ເຊິ່ງມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16.576 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.510 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວໃນວັນທີ 8 ກັນຍາ 2021ນີ້ໃຫ້ຮູ້ວ່າ: ມາຮອດປະຈຸບັນ ສະພາບການລ ະ ບາ ດພະຍາດ COVID-19 ໃນທົ່ວໂລກຍັງບໍ່ມີທ່າອຽງຫຼຸດລົງ, ຫຼາຍປະເທດມີການລະບາດຮອບໃໝ່ ຈາກສາຍພັນທີ່ມີການແຜ່ເຊື້ອຢ່າງໄວວາ ແລະ ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າ ພະຍາດ ໂຄວິດ-19 ມີການພັດທະນາ ແລະ ປັບພັນທຸກໍາໂຕເອງໄປເລື້ອຍໆ ເຮັດໃຫ້ມີສາຍພັນໃໝ່ເກີດຂື້ນ ເຊີ່ງຫຼາຍປະເທດໃນທົ່ວໂລກ ລວມທັງ ສປປລາວ ກໍ່ໄດ້ເອົາໃຈໃສ່ເຝົ້າລະວັງຢ່າງໃກ້ຊິດ ແລະ ຕິດຕາມການເກີດລະບາດໃນທົ່ວໂລກ ເພື່ອຕິດຕາມ , ປະເມີນສະຖານະການ ແລະ ກຽມຄວາມພ້ອມຮັບມືໃນບ້ານເຮົາ.

[“]
ສຳລັບ ສ ປປ ລາວ ສະພາບການລະບາດໃນປັດຈຸບັນມີການລາຍງານຜູ້ຕິດເຊື້ອໃນຊຸມຊົນເພີ່ມຂື້ນຫຼາຍແຂວງ ເປັນຕົ້ນແມ່ນພົບກາານລະບາດສາຍພັນເດວຕາທີ່ມີອັດຕາການແຜ່ເຊື້ອຢ່າງໄວວາເຊັ່ນ ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ບໍ່ແກ້ວ .

ເຊີ່ງຍັງມີຄວາມສ່ຽງສູງທີ່ຈະມີການລະບາດໃນຊຸມຊົນເປັນວົງກວ້າງຖ້າພວກເຮົາບໍ່ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດໂດຍສະເພາະເອົາໃຈໃສ່ໃນກຸ່ມຄົນທີ່ມີຄວາມສ່ຽງເປັນຕົ້ນແມ່ນຜູ້ໃຫ້ບໍລິການລູກຄ້າຕ່າງໆເຊັ່ນ ຄົນຂັບລົດ, ຜູ້ຂາຍເຄື່ອງຍ່ອຍ ແລະ ອາຫານແຄມທາງພະນັກງານຕ້ອນຮັບ ແລະ ອື່ນໆທີພົວພັນກັບຫຼາຍຄົນໃນແຕ່ລະວັນຄວນມີສະຕິໃນການປ້ອງກັນຕົນເອງເຊັ່ນ ໃສ່ຜ້າປິດປາກ-ດັງ, ການຮັກສາໄລຍະຫ່າງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70 ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ.

ສຳລັບສະຖານທີ່ສັກວັກຊີນໃນນະຄອນຫຼວງວຽງຈັນ ບັນດາທ່ານສາມາດໄປຮັບການສັກຢາວັກຊີນເຂັມທີ 1 ແລະ ເຂັມທີ 2 ໄດ້ທີ່ບັນດາໂຮງໝໍເມືອງ, ໂຮງໝໍສູນກາງ ແລະ ສະຖານທີ່ກໍານົດໄວ້, ມາຮອດປະຈຸບັນ ສປປ ລາວ ສັກວັກຊີນ ເຂັມທີ 1 = 2.560.372 (ອັດຕາປົກຄຸມ 34.89%) ແລະ ທຸກເຂັມທີ່ແນະນໍາ = 1.842.398 (25.11 %).

ທຸກຄົນມີຄວາມສ່ຽງທີ່ຈະຕິດເຊື້ອພະຍາດໂຄວິດ-19 ໄດ້ ເຖີງວ່າຈະໄດ້ຮັບວັກຊີນຄົບໂດສກໍ່ຕາມ, ສີ່ງທີ່ຄວນເອົາໃຈໃສ່ແມ່ນປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດ. ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ສາມາດປີ່ນປົວຫາຍດີໄດ້ ແລະ ຜູ້ທີ່ປີ່ນປົວຄົບກຳນົດແລ້ວ ສາມາດດຳລົງຊິວີດປົກກະຕິ ແລະ ບໍ່ສາມາດແຜ່ເຊື້ອໃຫ້ຄົນອື່ນໄດ້ ເພາະສະນັ້ນ ທຸກຄົນໃນສັງຄົມບໍ່ຄວນລັງກຽດບຸກຄົນເຫຼົ່ານັ້ນ.

ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ແລະ ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ, ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວ.
ປະຫມາດບໍ່ໄດ້ແລ້ວ
ຖ້າຮັກຊີວິກ ຕ້ອງປ້ອງກັນໃຫ້ດີ
ຖ້າຮັກຄອບຄົບຢ່າອອກຊຸມແຊວ