Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລັດຖະມົນຕີ ກະຊວງສະຖານະການສຸກເສີນ ຂອງຣັດເຊຍເສຍຊີວິດ ຫຼັງຈາກພະຍາຍາມຊ່ວຍເຫຼືອຊ່າງຖ່າຍຮູບຕົກລົງ ໜ້າຜາ ໃນລະຫວ່າງການຖ່າຍທຳ ສາລະຄະດີພາລະກິດກູ້ໄພ.

ວັນທີ 8 ກັນຍາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າລັດຖະມົນຕີກະຊວງ ສະຖານະການສຸກເສີນຣັດເຊຍ ທ່ານ ເຢຟເກນີ ຊິນິເຊຟ (Yevgeny Zinichev) ເສຍຊີວິດຢ່າງກະທັນຫັນຈາກອຸປະຕິເຫດ ຫຼັງຈາກໄດ້ພະຍາຍາມຊ່ວຍເຫຼືອຊ່າງຖ່າຍຮູບຄົນໜຶ່ງ ທີ່ຕົກຈາກ ໜ້າຜາ ໃນລະຫວ່າງການຖ່າຍ ທຳສາລະຄະດີ ກ່ຽວກັບພາລະກິດກູ້ໄພ ໃນເມືອງ ນໍຣີຄ໌ (Norilsk)
ກະຊວງສະຖານະການສຸກເສີນອອກຖະແຫຼງການວ່າ: ລັດຖະມົນຕີ ທ່ານ ເຢຟເກນີ ຊິນິເຊຟ (Yevgeny Zinichev) 55 ປີ, ໄດ້ເສຍຊີວິດໃນຂະນະທີ່ພະຍາຍາມຊ່ວຍເຫຼືອ. ອາເລັກຊັນເດີ້ ເມລນິກຄ໌ (Alexander Melnik), ນັກຖ່າຍຮູບ,ໃນຂະນະທີ່ຖ່າຍທຳການ ສຳພາດວິດີໂອຢູ່ທີ່ ໜ້າຜາ ໂດຍ ເມລນິກຄ໌ ໄດ້ລົ້ມລົງ ແລະ ຕົກລົງຈາກໜ້າຜາ.

ທ່ານ ເຢຟເກນີ ຊິນິເຊຟ ພະຍາຍາມຈັບ ອາເລັກຊັນເດີ້ ເມລນິກຄ໌ ເເລະ ກະໂດດຕາມລາວລົງໄປ ເເຕ່ ທັງສອງກໍໄດ້ຕົກລົງຈາກໜ້າຜາ ເນື່ອງຈາກກະເເທກກັບຫີນ.” ຂໍ້ຄວາມຈາກການຖະເເຫຼ່ງຂ່າວ
ຕາມການລາຍງານຂອງສື່ລັດເຊຍວ່າ ອຸບັດຕິເຫດດັ່ງກ່າວເກີດຂຶ້ນໃນລະຫວ່າງການຖ່າຍທໍາສາລະຄະດີ ກ່ຽວກັບ ການຝຶກຊ້ອມ ຂອງ ກະຊວງ ສະຖານະການສຸກເສີນ ທີ່ ນໍ້າຕົກຄິຕາໂບ ໂອຣອນ ໃນເຂດ ອະນຸລັກທໍາມະຊາດປູໂຕຣານາຫ່າງຈາກເມືອງ ນໍຣີຄ໌ ປະມານ 165 ກິໂລເມັດ ໂດຍ ອາເລັກຊັນເດີ້ ເມລນິກຄ໌ ໃນໄວ 63 ປີ ກໍໄດ້ເສຍຊີວິດເຊັ່ນດຽວກັນ
ລັດຖະມົນຕີ ທ່ານ ເຢຟເກນີ ຊິນິເຊຟ ເກີດທີ່ ເມືອງ ເຊນປີເຕີສະເບີກ ດໍາລົງຕໍາເເໜ່ງ ລັດຖະມົນຕີ ກະຊວງ ສະຖານະສຸກເສີນ ຂອງລັດເຊຍ ຕັ້ງເເຕ່ປີ 2018. ກ່ອນໜ້ານີ້ ທ່ານ ເຢຟເກນີ ຊິນິເຊຟ ຮັບໜ້າທີ່ໃນທີມອາລັກຂາ ເເລະ ເປັນ ຜູ້ຊ່ວຍສ່ວນຕົວທີ່ມີຄວາມໃກ້ຊິດ ກັບ ປະທານາທິບໍດີ ປູຕິນ.
——————————–
ເເຫຼ່ງທີ່ມາ :
1.)_WorkpointTODAY
2.)_https://www.bbc.com/news/58486791
3.)_https://www.reuters.com/…/russias-emergencies-minister…
#ຂ່າວຕ່າງປະເທດ