ບຸກຄະລາກອນດ່ານໜ້າ! ນັບມີຶ້ຕິດເຊີຶ້ອ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:

ຄໍາມ່ວນ 36 ຄົນ: ໃນ 36 ຄົນ ແມ່ນຈາກຈຸດເກັບຕົວຢ່າງ ມັດທະຍົມຈອມທອງ 24ຄົນ, ທີມເກັບຕົວຢ່າງເຄື່ອນທີ່ 4 ຄົນ, ຈຸດເກັບຕົວຢ່າງໂຮງໝໍແຂວງ 8 ຄົນ ລາຍລະອຽດກໍາລັງເກັບກໍາຂໍ້ມູນ ແລະ ຈະແຈ້ງບັນດາທ່ນຊາບພາຍຫຼັງ.

ຈຳປາສັກ 13 ຄົນ: ແມ່ນພົວພັນກັບຜູ້ຕິດເຊື້ອໃນກຸ່ມໂຮງໝໍຊຸມຊົນເມືອງປະທຸມພອນ

ບໍ່ແກ້ວ 11 ຄົນ: ໃນນີ້ມາຈາກເຂດເສດຖະກິດພິເສດ 10 ຄົນ ເປັນຄົນຈີນ , 1 ຄົນ
ແມ່ນແຮງງານລາວທີ່ເຂົ້າມາດ່ານແຂວງສະຫວັນນະເຂດກັກໂຕຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ແລ້ວກັບໄປແຂວງບໍ່ແກ້ວ ກວດພົບເຊື້ອໃນໄລຍະກັກໂຕຕໍ່

ສາລະວັນ 9 ຄົນ: ໃນນີ້ພະນັກງານແພດ 2 ຄົນທີ່ເຮັດວຽກຢູ່ສູນຈໍາກັດບໍລິເວນກວດພົບເຊື້ອໃນຊ່ວງກັກໂຕພາຍຫຼັງປະຕິໜ້າທີ່ສໍາເລັດ, 7 ຄົນແມ່ນເຈົ້າໜ້າທີ່ ປກສ ທີ່ໄດ້ປະຊຸມຮ່ວມກັນກັບກຸ່ມໄອຍະການແຂວງທີ່ຕິດເຊື້ອຜ່ານມາ

ສະຫວັນນະເຂດ 5 ຄົນ: 2 ຄົນເປັນເຈົ້າໜ້າທີ່ຕໍາຫຼວດ, 1 ຄົນເປັນພະນັກງານບໍລິສັດເກັບຂີ້ເຫຍື້ອ, 1 ຄົນເປັນພະນັກງານບໍລິສັດບັນໂດ ຢູ່ຫຼັກ 9 ແລະ ອີກ 1 ຄົນເປັນກໍາມະກອນຢູ່ບ້ານໂພນສະຫ່ວາງເໜືອ ນະຄອນໄກສອນ.

ຫຼວງນ້ຳທາ 3 ຄົນ: ທັງ 3 ແມ່ນເປັນຄົນຈີນທີ່ເດິນທາງມາຈາກເຂດເສດຖະກິດພິເສດແຂວງບໍ່ແກ້ວ ເຂົ້າໄປກວດຢູ່ດ່ານບໍ່ເຕນເພື່ອກຽມກັບຄືນປະເທດ,

ນະຄອນຫຼວງວຽງຈັນ 3 ຄົນ: ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ, 1 ຄົນຢູ່ບ້ານອ່າງໃຫ່ຍ ເມືອງສີໂຄດຕະບອງ ໄດ້ກັກໂຕຢູ່ບ້ານ, 1 ຄົນ ບ້ານສະພັງໝໍ້ ເມືອງໄຊເສດຖາ ໄດ້ກັກໂຕຢູ່ບ້ານ ແລະ ອີກ 1 ຄົນ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ໄດ້ກັກໂຕຢູ່ໂຮງແຮມ.

ຫຼວງພະບາງ 2 ຄົນ: 1 ຄົນແມ່ນເດີນທາງຈາກບ້ານໂຊກຄໍາ ເມືອງໄຊເສດຖາ
ນະຄອນຫຼວງວຽງຈັນ ແລະ ໄປເກັບຕົວຢ່າງໃນໄລຍະກັກໂຕຢູ່ສູນຈໍາກັດບໍລິເວນເເຂວງຫຼວງພະບາງ ແລະ 1 ຄົນ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາທີ່ກັກໂຕຢູ່ບ້ານ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່

ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້.
– ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16,742 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,219 ຄົນ.

Related Posts

Leave a Reply

Your email address will not be published. Required fields are marked *