Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສປປ ລາວ ຈັບຕາ! ໂຄວິ ດ ສາຍພັນມູ (Mu) ຕິດຕາມການເດີນທາງເຂົ້າ-ອອກຢ່າງໃກ້ຊິດ

ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ໃຫ້ຮູ້ວ່າ: ໂຄວິ ດ ໄດ້ມີການພັດທະນາ ແລະ ປັບພັນທຸກຳເອງຂອງພວກມັນໄປເລື້ອຍໆ ຊຶ່ງໃນວັນທີ 30 ສິງຫາຜ່ານມາອົງການອະນາໄມໂລກໄດ້ອອກມາແຈ້ງວ່າສາຍພັນມູ (Mu) ລະຫັດ B.1.612 ເປັນສາຍພັນທີ່ໜ້າຈັບຕາເບິ່ງທີ່ສຸດ

ສາຍພັນນີ້, ພົບຄັ້ງທຳອິດຢູ່ປະເທດໂຄລຳເບຍ ໃນເດືອນມັງກອນປີ 2021 ແລະ ແຜ່ລະບາດໄປໃນຫຼາຍປະເທດຂອງທະວີບອາເມຣິກາໃຕ້, ທະວີເອີຣົບ, ປັດຈຸບັນສາຍພັນມູນີ້ພົບໃນ 42 ປະເທດ, 49 ລັດຂອງສະຫະລັດອາເມຣິກາ

ສຳລັບໃນ ສປປ ລາວ ຍັງບໍ່ທັນພົບສາຍພັນນີ້ ແຕ່ວ່າການເດີນທາງເຂົ້າ-ອອກແມ່ນຕ້ອງໄດ້ເອົາໃຈໃສ່ເຝົ້າລະວັງຢ່າງໃກ້ຊິດ ແລະ ຕິດຕາມການເກີດລະບາດໃນທົ່ວໂລກເພື່ອກຽມຄວາມພ້ອມ ແລະ ປະເມີນສະຖານະການກຽມພ້ອມຮັບມືໃນບ້ານເຮົາ.