Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
🌦️🌀ອຸຕຸແຈ້ງເຕືອນພາຍຸໂກນເຊິນ ຈະເຮັດໃຫ້ມີຝົນຕົກໜັກ, ລົມພັດແຮງ ໄລຍະວັນທີ 12 ຫາ 15 ກັນຍານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸເຂດຮ້ອນ ໂກນເຊິນ ສະບັບທີ 1 ໃນເວລາ 14:05 ໂມງຂອງວັນທີ 9 ກັນຍາ 2021 ພາຍຸເຂດຮ້ອນ ໂກນເຊິນ ມີສູນກາງຢູ່ເຂດທະເລຈີນໃຕ້ຕອນກາງ ໃນເສັ້ນຂະໜານທີ 15,8 ອົງສາເໜືອ ແລະ ເສັ້ນແວງທີ 115.6 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ມີຄວາມໄວສູງສຸດຢູ່ໃກ້ຈຸດສູນກາງປະມານ 83 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າ ພາຍຸຫົວນີ້ຈະເຄື່ອນຂຶ້ນຝັ່ງທາງພາກກາງຕອນເທິງຂອງ ສສ ຫວຽດນາມ ໃນຕອນກາງເວັນຂອງວັນທີ 13 ກັນຍາ 2021. ຫຼັງຈາກນັ້ນ ຈະອ່ອນກຳລັງເປັນພາຍຸດີເປຼຊັນ ເຄື່ອນທີ່ຜ່ານພາກກາງ ຫາ ພາກເໜືອ ຂອງ ສປປ ລາວ ໃນໄລຍະວັນທີ 13 ຫາ 14 ກັນຍາ 2021 ນີ້, ຊຶ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດໃນ ສປປ ລາວ ດັ່ງນີ້:
– ໄລຍະວັນທີ 12 ຫາ 13 ກັນຍາ 2021 ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກໃຕ້.
– ໄລຍະວັນທີ 13 ຫາ 15 ກັນຍາ 2021 ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອ.

ແຈ້ງເຕືອນເຖີງ ພໍ່ແມ່ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ຕາມລຽບຮ່ອມພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນ້ໍາຖ້ວມຍຶ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 – 4 ວັນຕໍ່ໜ້ານີ້.