Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຫລວງພະບາງ: 34 ຄົນ ມາຈາກຊຸມຊົນ ຊຶ່ງມາຈາກ 06 ກຸ່ມຄື:
ພະຍາບານ ຈາກສຸກສາລາ ນະຄອນຫລວງພະບາງ ມີ 01 ຄົນ, ເຂົ້າປະຈໍາການ ຢູ່ສູນຫໍຄອຍສະໜາມບິນ ແລະ ຈາກນັ້ນຍ້າຍມາປະຈໍາການຢູ່ສູນໂຮງຮຽນແພດ.
01 ຄົນ ພະນັກງານຕໍາຫລວດ ປະຈໍາການຢູ່ສູນຫ້ວຍມ້າວ ແຕ່ມື້ເປີດສູນຈົນຮອດປະຈຸບັນ
ເມືອງວຽງຄໍາມີ 20 ຄົນ ແມ່ນກໍາມະກອນ ທີ່ມາຈາກແຂວງວຽງຈັນ ເຮັດວຽກຢູ່ສວນກ້ວຍ ບ້ານຕັ່ງນ່າຍ, ເມືອງກາສີ ຊຶ່ງ ທັງໜົດໄດ້ກັກໂຕຢູ່ສູນໂຮງຮຽນແພດ
04 ຄົນ, ກໍາມະກອນ ເຮັດວຽກຢູ່ສວນຢາງ ບ້ານໜ້ຽງ, ເມືອງວັງວຽງ, ທັງໜົດກັກໂຕຢູ່ສູນເມືອງວຽງຄໍາ
08 ຄົນ, ກໍາມະກອນ ໂຮງງເລື່ອຍ, ເມືອງປາກລາຍ, ແຂວງໄຊຍະບູລີ ແລະ ທັງໜົດໄດ້ກັກໂຕຢູ່ສູນເມືອງນານ
02 ຄົນ, ອາຊີບແມ່ບ້ານ ກັບມາແຂວງ ແລ້ວຖືກກັກໂຕຢູ່ສູນ ເມືອງວຽງຄຳ ແລະ ຜູ້ໜຶ່ງກັກໂຕຢູ່ສູນໂຮງຮຽນແພດ
02 ຄົນ, ອາຊີບເປັນແມ່ເຮືອນ ແລະ ກໍາມະກອນກໍ່ສ້າງ ທີ່ໄດ້ໄປເຮັດວຽກຢູ່ເມືອງບຸນເໜືອ, ແຂວງຜົ້ງສາລີ ແລະ ທັງໜົດ ກັບມາແຂວງ ແລະ ຖືກກັກໂຕຢູ່ສູນໂຮງຮຽນແພດ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວ