Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສໍາລັບຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ລາຍລະອຽດດັ່ງນີ້:
1. ນະຄອນຫລວງ ວຽງຈັນ: ຊຸມຊົນ 02 ຄົນ ມາຈາກ:
– ບ້ານອ່າງໃຫ່ຍ 1 ຄົນ, ເມືອງສັງທອງ ຊຶ່ງແມ່ນກຸ່ມດຽວກັນກັບກໍລະນີຕິດເຊື້ອ ໃນໄລຍະຜ່ານມາ.
– ບ້ານ ໜອງແຫ້ວ ມີ 1 ຄົນ , ເມືອງຫາດຊາຍຟອງ, ຊຶ່ງມາຈາກຄອບຄົວຂອງຜູ້ຕິດເຊື້ອຜ່ານມາ
2. ສະຫວັນນະເຂດ: ຊຸມຊົນ ມີ 13 ຄົນ ຄື:
– ພະຍາບານ 04 ຄົນ ຊຶ່ງມາຈາກ ເມືອງຊົນບູລີ, ເມືອງເຊໂປນ ແລະ ນະຄອນໄກສອນ ເມືອງລະ 01 ຄົນ, ເຂົ້າປະຈໍາການຢູ່ໂຮງໝໍພາກສະໜາມຫຼັກ 9
ຈາກ ບ້ານໂພນສິມ ມີ 02 ຄົນ ຊຶ່ງໄດ້ພົວພັນກັບກຸ່ມ ສະຫວັນ Park
ຈາກ ບ້ານສົບປ່ອຍ ມີ 01 ຄົນ ກ່ຽວຂ້ອງ ກັບພະນັກງານຫ້ອງການກຸ່ມບ້ານ
ຈາກ ບ້ານອຸດົມວິໄລ ມີ 01 ຄົນ ເປັນພະນັກງານອາສາສະໜັກພົ່ນຢາຂ້າເຊື້ອ
02 ຄົນ ຈາກຄ້າຍຄຸມຂັງ ນະຄອນໄກສອນ ແລະ ຄ້າຍຫຼັກ 6, ຈາກ ບ້ານຫົວເມືອງເໜືອ ມີ 01 ຄົນ, ບ້ານໂພນສະຫວ່າງເໜືອ ມີ 01 ຄົນ, ບ້ານໄຊຍະມຸງຄຸນ ມີ 01 ຄົນ, ກຸ່ມສຳຜັດໃກ້ຊິດ ກັບພະນັກງານຕໍາຫລວດຄ້າຍຄຸມຂັງຫຼັກ 6
ຈໍາປາສັກ: 38 ຄົນ ມາຈາກຊຸມຊົນ ທີ່ເປັນຈຸ້ມກໍລະນີທີ່ກ່ຽວຂ້ອງ ກັບ ໂຮງໝໍຊຸມຊົນ ທີ່ພົວພັນກັບການຕິດເຊື້ອໃນໂຮງໝໍເມືອງປະທູພອນ ທີ່ໄດ້ລາຍງານມາແຕ່ທ້າຍອາທິດຜ່ານມາ;
ຄຳມ່ວນ: ມາຈາກຊຸມຊົນ 24 ຄົນ ມາຈາກ 4 ຈຸດຄື: ຈຸດເກັບຕົວຢ່າງຈອມທອງ 16 ກໍລະນີ, ຈຸດເກັບຕົວຢ່າງຢູ່ພະແນກສຸກເສີນໂຮງຫມໍແຂວງ 6 ກໍລະນີ, ສູນກັກໂຕ 21 ມີນາ 1 ກໍລະນີ ( ລູກຂອງຜູ້ຕິດເຊື້ອມາຢູ່ກັບພໍ່ ), ສູນປິ່ນປົວໂຮງຫມໍທະຫານ 1 ກໍລະນີ (ລູກຂອງຜູ້ຕິດເຊື້ອມາຢູ່ກັບແມ່)
ສາລະວັນ: 1 ຄົນ ມາຈາກຊຸມຊົນ: ເປັນເພດຊາຍ ອາຍຸ 40 ປີ ອາຊີບພະນັກງານຕໍາຫລວດ ເຮັດວຽກຢູ່ກອງບັນຊາການ ປກສແຂວງ.
ບໍ່ແກ້ວ: 08 ຄົນ; ຈາກເຂດເສດຖະກິດພິເສດ ສາມລ່ຽມຄໍາ
ຫລວງພະບາງ: 34 ຄົນ ມາຈາກຊຸມຊົນ ຊຶ່ງມາຈາກ 06 ກຸ່ມຄື: ພະຍາບານ ຈາກສຸກສາລາ ນະຄອນຫລວງພະບາງ ມີ 01 ຄົນ, ເຂົ້າປະຈໍາການ ຢູ່ສູນຫໍຄອຍສະໜາມບິນ ແລະ ຈາກນັ້ນຍ້າຍມາປະຈໍາການຢູ່ສູນໂຮງຮຽນແພດ.
01 ຄົນ ພະນັກງານຕໍາຫລວດ ປະຈໍາການຢູ່ສູນຫ້ວຍມ້າວ ແຕ່ມື້ເປີດສູນຈົນຮອດປະຈຸບັນ
ເມືອງວຽງຄໍາມີ 20 ຄົນ ແມ່ນກໍາມະກອນ ທີ່ມາຈາກແຂວງວຽງຈັນ ເຮັດວຽກຢູ່ສວນກ້ວຍ ບ້ານຕັ່ງນ່າຍ, ເມືອງກາສີ ຊຶ່ງ ທັງໜົດໄດ້ກັກໂຕຢູ່ສູນໂຮງຮຽນແພດ
04 ຄົນ, ກໍາມະກອນ ເຮັດວຽກຢູ່ສວນຢາງ ບ້ານໜ້ຽງ, ເມືອງວັງວຽງ, ທັງໜົດກັກໂຕຢູ່ສູນເມືອງວຽງຄໍາ
08 ຄົນ, ກໍາມະກອນ ໂຮງງເລື່ອຍ, ເມືອງປາກລາຍ, ແຂວງໄຊຍະບູລີ ແລະ ທັງໜົດໄດ້ກັກໂຕຢູ່ສູນເມືອງນານ
02 ຄົນ, ອາຊີບແມ່ບ້ານ ກັບມາແຂວງ ແລ້ວຖືກກັກໂຕຢູ່ສູນ ເມືອງວຽງຄຳ ແລະ ຜູ້ໜຶ່ງກັກໂຕຢູ່ສູນໂຮງຮຽນແພດ
02 ຄົນ, ອາຊີບເປັນແມ່ເຮືອນ ແລະ ກໍາມະກອນກໍ່ສ້າງ ທີ່ໄດ້ໄປເຮັດວຽກຢູ່ເມືອງບຸນເໜືອ, ແຂວງຜົ້ງສາລີ ແລະ ທັງໜົດ ກັບມາແຂວງ ແລະ ຖືກກັກໂຕຢູ່ສູນໂຮງຮຽນແພດ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວ
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,140 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,365 ຄົນ.