ໃຜຢາກປະສົບຜົນສຳເລັດແຊ໌ໄວ້

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


6 ຂັ້ນຕອນລົງທຶນໃນບິດຄອຍ ໃຫ້ປະສົບຜົນສຳເລັດ(ມືໃຫມ່)

ຕອນນິ້ກະແສບິດຄອຍມາແຮງເຫລືອເກີນ ຫລາຍຄົນເລີ່ມຕັ້ງຂໍ້ ສັງເກດ ຫລາຍລົງເລີ່ມສົນໃຈ ຕັ້ງແຕ່ Bitcoin ເລີ່ມຈາກ 10ພັນໂດລາ ທ້າຍປີ 2020 ແລ່ນໄປຮອດ 64ພັນໂດລາ ຊ່ວງເດືອນ 4 2021 ແລະແລ່ນລົງມາ 28ພັນເດືອນ 6 ບາງຄົນບອກວ່າ Bitcoin ເຈັ້ງແລ້ວຈົນມັນແລ່ນກັບມາທີ່ 46-50 ພັນໂດລາມາປະຈຸບັນ.

ຄຳຖາມຍອດຮິດທີ່ຖືກຖາມຄືຢາກລົງທຶນໃນຕະຫລາດຄຣິບໂຕຕ້ອງເລີ່ມແນວໃດ ? ອາເລັກຈະຂໍສະຫລຸບໃຫ້ເຂົ້າໃຈງ່າຍຄື:

1. ຮູ້ຈັກຫລຽນຕ່າງໆ: ຕະຫລາດແບ່ງຫລຽນຕ່າງໆອອກມາເປັນ 3ແບບນັ້ນຄື:

– Bitcoin: ເປັນສະກຸນເງິນດິຈິຕອນທຳອິດຂອງໂລກທີ່ສາມາດແລກປ່ຽນໄດ້ຢ່າງອິດສະຫລະຜ່ານລະບົບບອກເຊັນ ແລະຜ່ານການປ້ອງກັນທີ່ເຮົາເອີ້ນວ່າ prove of work ເປັນຫລຽນທີ່ຄົນຮູ້ຈັກຫລາຍກວ່າຫມູ່ແລະເປັນບິດາແຫລ່ງຫລຽນcrypto

– Altcoin: ແປວ່າຫລຽນທາງເລືອກທີ່ບໍ່ແມ່ນ BTC ນັ່ນເອງ ຈະມີຄຸນສົມບັດແຕກຕ່າງອອກໄປເຊັ້ນ: ເປັນສະກຸນເງິນ, Smart Contract ເຊິ່ງປະຈຸບັນ Altcoin ມີຫລາຍກວ່າ 10ພັນຫລຽນແລະຍັງຈະມີທ່າທີຈະເພີ່ມຂຶ້ນອີກ ແຕ່ຕ້ອງລະວັງເພາະຫລຽນ 95% ຂອງກຸ່ມນິ້ບໍ່ມີຄ່າແທ້ຈິງ

– stable Coin: ຫລຽນທີ່ຖືກຜູກໄວ້ໃຫ້ມີມູນຄ່າເທົ່າກັບສະກູນເງິນນັ້ນໆ ສ່ວນຫລາຍກໍມັກຈະເປັນ USD ແບບ 1:1

2. ຮູ້ຈັກເທັກໂນໂລຍີ Blockchain: ເປັນເທັກໂນໂລຍີທີ່ຢູ່ເບື້ອງຫລັງບິດຄອຍແລະບັນດາຫລຽນຕ່າງໆ ໃຫ້ບໍ່ຕ້ອງມີໂຕກາງໃນການເຮັດວຽກ ລະບົບນີ້ຖືເປັນຫົວໃຈຫລັກຂອງລະບົບແບບບໍ່ມີສູນກາງແລະບໍ່ມີເຈົ້າຂອງຄວບຄຸມ

3. ຮູ້ຈັກ White Paper: ເຮັດໃຫ້ເຮົາຮູ້ຈຸດປະສົງໃນການຫລຽນແຕ່ລະຫລຽນ ອິກທັງຊ່ວຍໃຫ້ຮູ້ກົນໄກການເຮັດວຽກຂອງປຕ່ລະຫລຽນ

4. ເລືອກຜູ້ໃຫ້ບໍລິການທີ່ດີ: ລາວເຮົາຍັງບໍ່ມີຜູ້ໃຫ້ບໍລິການຢ່າງເປັນທາງການເທື່ອ ຂໍ້ນີ້ອາເລັກເລີຍຈະຂໍຂ້າມໄປກ່ອນ

5. ຮູ້ຈັກບໍລິຫານຄວາມສ່ຽງແລະເງິນລົງທຶນ: ຫລາຍຄົນເຂົ້າມາໃນຕະຫລາດນີ້ເພື້ອຫວັງລວຍໃນໄລຍະສັ້ນ ເພາະມັກເຫັນຂ່າວຕາມບົດລາຍການຕ່າງປະເທດທິ່ມັກເຫັນຄົນລວຍຂື້ນຈາກການຊື້ຂາຍຫລຽນດິຈີຕອນ ແທ້ຈິງແລ້ວຕະຫລາດນິ້ເປັນຕະຫລາດທີ່ບ່ໍແນ່ນອນ ມີຄວາມຜັນຜວນສູງ ຂື້ນລົງຢ່າງຮຸນແຮງ ເຮົາອາດໄດ້ຍິນວ່າ High Risk High Return ແຕ່ອາເລັກຂໍເປັນ High Understand High Return ເອົາເງິນທີ່ບໍ່ເດືອດຮ້ອນໃນການໃຊ້ຊິວິດເປັນເງິນກ້ອນທຳອິດ ແລະຈົ່ງຢ່າໂລບ

6. ຮຸ້ຈັກການວິເຄາະກຣາບທາງເທັກນີກ: ການລົງທຶນຫລຽນດິຈີຕອນກໍປຽບດັ່ງການລົງທຶນໃນຫຸ້ນ ຖ້າຈະລົງທຶນແບບຊື້ໆຂາຍເພື່ອຫວັງເອົາສ່ວນຕ່າງກໍຕ້ອງມີຄວາມເຂົ້າໃຈກຣາບໃຫ້ດີ ບໍ່ວ່າຈະເປັນ
Candlestick Chart
Time frame
Trend Support & Resistance
Indicator

ນີ້ກໍເປັນແນວທາງທີ່ອາເລັກສຳມາຝາກກ່ຽວກັບຜູ້ທີ່ສົນໃຈການລົງທຶນໃນຫລຽນຄຮິບໂຕ ເບິ່ງອາດຈະຫລາຍແລະຫຍຸ້ງຍາກສຳລັບຜູ້ເລີ່ມຕົ້ນ ແຕ່ເມື່ອຮູ້ແລ້ວມັນເປັນຜົນດີແກ່ກັບການລົງທຶນຂອງເຮົາຢ່າງແນ່ນອນ ປາດສະຈາກຄວາມຮູ້ແລ້ວບໍ່ວ່າຈະລົງທຶນກັບຫຍັງກໍອາດຫມົດໂຕໄດ້
High Understanding high return ຍິ່ງມີຄວາມເຂົ້າສູງຜົນຕອບແທນກໍຍີ່ງສູງ

ຖ້າຫມູ່ເພື່ອນຄິດວ່າມີປະໂຫຍດກໍຢ່າລຶມກົດແຊເປັນກຳລັງໃຈ
ແລ້ວພົບກັນໃຫມ່ກັບລາຍການ Alex money talk

Related Posts

Leave a Reply

Your email address will not be published. Required fields are marked *