ເຕືອນແລ້ວເດີ້…!!!

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ນະຄອນ ໄກສອນ ພົມວິຫານ ເພີ່ມຄວາມເຂັ້ມງວດຕໍ່ຜູ້ລະເມີດ ຝາຝືນ ຕໍ່ຄຳສັ່ງຂອງທ່ານເຈົ້າແຂວງ ເປີດຮ້ານຂາຍເສື້ອຜ້າ,ຕັ້ງວົງຊຸມແຊວເຫຼົ້າ-ເບຍ ແລະ ກິລາໃນຮົ່ມ.

ເພື່ອສືບຕໍ່ປະຕິບັດຕາມຄຳສັ່ງຂອງທ່ານເຈົ້າແຂວງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດມາດຕະການເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ຢູ່ນະຄອນ ໄກສອນ ພົມວິຫານ.

ໃນວັນທີ 12 ກັນຍານິ້. ທີມງານກອງເລຂາຄະນະສະເພາະກິດນະຄອນ ນໍາໂດຍ ທ່ານ ທິບພະມົນ ພິມມະສອນ ຮອງຫົວໜ້າຫ້ອງວ່າການນະຄອນ ໄກສອນ ພົມວິຫານ ທັງເປັນກອງເລຂາຄະນະສະເພາະກິດນະຄອນ,ໄດ້ສົມທົບກັບກໍາລັງ ເຈົ້າໜ້າທີ່ຕໍາຫຼວດ ປກສ ນະຄອນ ,ປກສ ກຸ່ມບ້ານ ແລະ ນາຍບ້ານ ໄດ້ລົງເຮັດບົດທຶກ ກ່າວເຕືອນ ປະຊາຊົນຈຳນວນໜຶ່ງ ທີ່ຍັງຖືກເບົາ ຕັ້ງວົງຊຸມແຊວ.

ເຫຼົ້າເບຍ,ຮ້ານຂາຍເສື້ອ ,ແລະ ກິລາໃນຮົ່ມທຸກປະເພດ ຍັງພົບເຫັນວ່າ:ຍັງມີຫຼາຍຮ້ານທີ່ລະເມີດ ແລະ ຝາຝືນຕໍ່ຄຳສັ່ງດັ່ງກ່າວໂດຍມີການລັກເປີດຮ້ານຂາຍເສື້ອຜ້າ,ຊຸມແຊວເຫຼົ້າເບຍແລະ ກິລາໃນຮົ່ມ ລະເມີດຕໍ່ຄຳສັ່ງແຈ້ງການຂອງຂັ້ນເທິງວາງອອກ ຈາກນັ້ນທາງພະນັກງານເຈົ້າໜ້າທີ່ໄດ້ອະທີບາຍ ເພື່ອກ່າວເຕືອນເຈົ້າຂອງຮ້ານຜູ້ປະກອບການ,ຕັ້ງວົງຊຸມແຊວເຫຼົ້າເບຍ ແລະ ກິລາໃນຮົ່ມ ຂໍໃຫ້ການຮ່ວມໄມ້ຮ່ວມມື ແລະ ເປັນເຈົ້າການນໍາກັນ.

ໃນການປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.ພ້ອມທັງເຮັດບົດບັນທຶກກັບເຈົ້າຂອງຮ້ານ ແນະນໍາໃຫ້ປິດຮ້ານຊົ່ວຄາວ ປະເພດຮ້ານຮ້ານຂາຍເສື້ອຜ້າຈໍານວນໜຶ່ງ ເພື່ອເປັນຫຼັກຖານຖ້າຫາກວ່າຜູ້ກຽ່ວຍັງມີການລະເມີດຝາຝືນ ບໍ່ປະຕິບັດມາດຕະການ ຫຼື ແຈ້ງການ,ຄໍາແນະນໍາຕ່າງໆ ທີ່ຜິດຕໍ່ລະບຽບກົດໝາຍ ຈະບໍ່ມີຂໍ້ຍົກເວັ້ນໃດໆ ແລະ ສັ່ງຈະໂຈະບໍ່ໃຫ້ເປີດຮ້ານ ພ້ອມທັງປັບໃໝ ຕາມລະບຽບການ.

ນີ້ກໍ່ເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການຕິດເຊື້ອ,ແຜ່ເຊື້ອພະຍາດ ພະຍາດໂຄວິດ ຢູ່ໃນຊຸມຊົນນະຄອນ ໄກສອນ ພົມວິຫານກໍ່ຄືແຂວງສະຫວັນນະເຂດ ທີນັບມື້ຫຼຸດລົງ ປະຊາຊົນຈະໄດ້ທໍາມາຫາກິນ ສູ່ສະພາບປົກກະຕິ.

Related Posts

Leave a Reply

Your email address will not be published. Required fields are marked *