ນະຄອນຫຼວງວຽງຈັນ +24 ຄົນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ລາຍລະອຽດຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີລາຍລະອຽດດັ່ງນີ້

ນະຄອນຫຼວງວຽງຈັນ 24 ກໍລະນີຊູມຊົນ:ຈຳນວນ 02 ກໍລະນີ, ບ້ານອາມອນ ເມືອງໄຊເສດຖາ (ພໍ່ ແລະ ລູກ);

ຈຳນວນ 02 ກໍລະນີ, ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ;

ຈຳນວນ 01 ກໍລະນີ, ບ້ານດົງນາຊົກໄຕ້, ເມືອງ ສີໂຄດຕະບອງ, ນັກສຶກສາປາກປ່າສັກ (ແຕ່ພັກຮຽນ) ເຮັດວຽກເສີມຢູ່ຮ້ານ Mini BigC ສາຂາແຖວທະນາຄານກາງ, ຜູ້ກ່ຽວພັກຢູ່ຫ້ອງແຖວດຽວກັນກັບກໍລະນີຕິດເຊື້ອທີ່ລາຍງານວັນທີ 11 ກັນຍາ 2021, ບໍ່ໄດ້ສຳຜັດໂດຍກົງບໍ່ໄດ້ເຈີກັນ ຜູ້ກ່ຽວພັກຢູ່ຄົນລະຫ້ອງກັບຜູ້ຕິດເຊື້ອ (ໝາຍເຫດ ຢູ່ຫ້ອງນຳກັນ 03 ຄົນລວມທັງຜູ້ກ່ຽວ, ໝູ່ 02 ຄົນໄດ້ເກັບຕົວຢ່າງພ້ອມກັນຢູ່ບຶງຂະຫຍອງວັນທີ 13 ກັນຍາ 2021);

ຈຳນວນ 02 ກໍລະນີ, ບ້ານໄຊສະຫວ່າງ ເມືອງ ໄຊທານີ, ວິຊາການຊ່າງແປງຈັກຂອງໂຮງງານຕັດຫຍິບອິນເຕີເມັດແຟຊັນ (ໝາຍເຫດ ເປັນຄົນໄທຍ ທັງສອງຄົນ);

ຈຳນວນ 03 ກໍລະນີ, ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ (ເປັນຄົນໃນຄອບຄົວດຽວກັນ), ທັງສາມຄົນເດີນທາງໄປຮ່ວງານສົບຢູ່ສາງນ້ຳມັນນະຄອນປາກເຊ ວັນທີ 03-10 ກັນຍາ 2021, ພ້ອມດຽວກັນກັບ 09 ຄົນ ທີ່ຕິດເຊື້ອເພີ່ມເຕີມໃນວັນນີ້ 09 ຄົນ, ເຊີ່ງໃນຄອບຄົວແມ່ນຍັງມີອີກ 04 ຄົນ ທີ່ເປັນຜູ້ສຳຜັດໃກ້ຊິດ (ຈະໄປກວດໃນວັນທີ 14 ກັນຍາ 2021 ລວມມີ: ເມຍ ແລະ ລູກອີກ 02 ຄົນ);

ຈຳນວນ 04 ກໍລະນີ, ບ້ານດອນກະຊາຍ, ເມືອງຫາດຊາຍຟອງ, ເປັນຄອບຄົວດຽວກັນ ພໍ່ແມ່ ແລະລູກ ເດີນທາງໄປເຮືອນດີ ບ້ານສາງນໍ້າມັນ, ນະຄອນປາກເຊ;

ຈຳນວນ 01 ກໍລະນີ, ບ້ານຫ້ວຍຫົງ, ເມືອງຈັນທະບູລີ ເປັນຂັບລົດທ່ອງຖ່ຽວ, ມີປະຫວັດການເດີນທາງໄປເຮືອນດີບ້ານສາງນໍ້າມັນ, ນະຄອນປາກເຊ ຊ່ວງໄລຍະວັນທີ 04-06 ກັນຍາ 2021, ຊ່ວງກັບມານະຄອນຫລວງວຽງຈັນ ວັນທີ 11 ກັນຍາ 2021 ຜູ້ກ່ຽວໄປຊ່ວຍວຽກເຮືອນດີ ບ້ານໂພນເຄັງ (ຂັບລົດຮັບສົ່ງຄູບາ) ເຊີ່ງງານສົ່ງສະການ ແມ່ນຢູ່ຮ່ອງສຸພາບ;

ຈຳນວນ 01 ກໍລະນີ, ບ້ານດົງໝາກຄາຍ ເພດຍີງ ພະນັກງານລັດ ພະແນກຊັບພະຍາກອນນໍ້າ ນະຄອນຫລວງ, ໄດ້ເດີນທາງໄປເຮືອນດີຢູ່ບ້ານສ້າງນ້ຳມັນ ນະຄອນປາກເຊ ແລະ ໄດ້ພັກຢູ່ບ້ານພັກດາວວຽງ 02, ໃນວັນທີ 07-10 ກັນຍາ 2021 ແມ່ນຍັງໄດ້ໄປວຽກປົກະຕິ (ເພື່ອນຮ່ວມງານທີ່ນັ່ງຢູ່ຫ້ອງດຽວກັນປະມານ 10 ຄົນ) “ໝາຍເຫດ ຄົນໃນຄອບຄົວມີ 05 ຄົນ ແລະ ຕິດເຊື້ອແລ້ວ 02, ຍັງແຕ່ລູກ 03 ຄົນ (ອາຍຸ 15 ປີ ເພດຍິງ ແລະ ອາຍຸ 12 ປີ ເພດຊາຍ ແມ່ນມີໄຂ້ວັນທີ 10 ກັນຍາ 2021 ແລະ ອາຍຸ 03 ປີ ເພດຊາຍ)”, ໃນວັນທີ 10 ກັນຍາ 2021 ຜູ້ກ່ຽວໄດ້ໄປຮັບເອົາລູກຊາຍອາຍຸ 12 ປີ ຢູ່ແຂວງວຽງຈັນ ເມືອງໂພນໂຮງ ບ້ານໂພນງາມ ເພາະລູກຊາຍໄປຢູ່ກັບແມ່ ແລະ ຕອນໄປຮັບບໍ່ໄດ້ເຈີໃຜ ເຈີແຕ່ແມ່ ແຕ່ກໍ່ບໍ່ໄດ້ລົມກັນ;

ຈຳນວນ 06 ຄົນ, ກຸ່ມຕະຫລາດດົງໝາກຄາຍ ເມືອງໄຊທານີ ທັງໝົດ (ເຊື່ອມໂຍງກັນຜູ້ຂາຍຜັກ ຕະຫລາດດອນໜູນ ທີ່ລາຍງານຕິດເຊື້ອ ໃນໄລຍະອາທິດຜ່ານມາ) ແລະ ລວມມີ: ບ້ານດ່ານຊ້າງ 03 ຄົນ, ບ້ານໂນນແສງຈັນ 01 ຄົນ ແລະ ບ້ານລາດຄວາຍ 01 ຄົນ;

Related Posts

Leave a Reply

Your email address will not be published. Required fields are marked *