Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໃນລະຫວ່າງວັນທີ 8-10 ກັນຍາ 2021 ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ໄດ້ລົງມອບຜະລິດຕະພັນຢາພື້ນເມືອງລາວ 3 ຊະນິດ: ລາຊາບີ, ຄາວທອງ ແລະ ກະຊາຍຂາວ ເຂົ້າໃນການປະກອບສ່ວນສະກັດກັ້ນ ແລະ ປິ່ນປົວຜູ້ຕິດເຊື້ອ ໂຄ ວິ ດ ໃຫ້ 3 ແຂວງຄື:

ແຂວງສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ ໂດຍການມອບຂອງ ທ່ານ ປອ. ດຣ. ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ພ້ອມດ້ວຍຄະນະທິມງານຈາກສູນກາງ ແລະ ມີບັນດາຄະນະພະແນກສາທາລະນະສຸກແຂວງ ທິມງານຂັ້ນແຂວງ ເຂົ້າຮ່ວມ.

ການລົງໄປຄັ້ງນີ້ຄະນະທິມງານຈາກສູນກາງ ໄດ້ແນະນຳຜະລິດຕະພັນຢາພື້ນເມືອງ, ການຢັ້ງຢືນຄຸນນະພາບ-ຄວາມປອດໄພ ແລະ ວິທີການນຳໃຊ້ຢາ ພ້ອມແນະນຳແບບຟອມການບັນທຶກຕິດຕາມຄົນເຈັບ ແລະ ການລາຍງານໃຫ້ຄະນະທີມງານຂັ້ນແຂວງ.

ຂ່າວສູນຂ່າວສານການແພດສຸຂະສຶກສາ