Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ດ່ວນທີ່ສຸດ! ຄຳມ່ວນ ປິດການຮຽນ, ຫ້າງຮ້ານ, ປິດການເດີນທາງ ເພື່ອແກ້ໄຂການແຜ່ລ ະ ບ າດໂຄ ວິ ດ

ເຈົ້າແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ: ຢູ່ຊຸມຊົນພາຍໃນແຂວງຄຳມ່ວນ ຍັງມີທ່າອ່ຽງເພີ່ມຂື້ນ, ຍັງມີຄວາມ ສ່ຽງສູງທີ່ຈະມີການແຜ່ລະບາດໃນຊຸມຊົນອອກເປັນວົງກວ້າງນອກຈາກຢູ່ເມືອງທ່າແຂກ ແລ້ວຍັງໄດ້ກະຈາຍໄປເມືອງອື່ນອີກ
ເນື່ອງຈາກມີຜູ້ຕິດເຊື້ອໃນຕະຫຼາດ, ໃນກຸ່ມພະນັກງານ ແລະ ເຈົ້າໜ້າທີ່ພາກສ່ວນຕ່າງໆຈໍານວນໜຶ່ງ ຊຶ່ງບາງກໍລະນີຜູ້ຕິດເຊື້ອໄດ້ມີການເຄື່ອນໄຫວໄປຫຼາຍສະຖານທີ່ ແລະຂໍ້ມູນບໍ່ຊັດເຈນ ເຈົ້າແຂວງໆຄຳມ່ວນຈຶ່ງໄດ້ອອກຄຳສັ່ງ:

+ ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ
+ ສືບຕໍ່ປິດການເດີນທາງເຂົເາອອກແຂວງ ຈົນເຖິງ 27 ກັນຍາ 2021
+ ຫ້າມບຸກຄົນພາຍໃນແຂວງອອກໄປຕ່າງເມືອງພາຍໃນແຂວງ
+ ປິດທຸກກິດຈະການ ແລະຫາງຮ້ານພາຍໃນບ້ານແດງ+ ຫ້າມບຸກຄົນທີ່ໄດ້ຊິດຜູ້ຕິດເຊື້ອ ໄປມາຊື້ຂາຍ ແລະໄປສະຖານທີ່ຕ່າງໆເດັດຂາດ

+ ປິດການສັນຈອນພາຍໃນເມືອງທີ່ມີຜູ້ຕິດເຊື້ອ
+ ບັນດາບໍລິສັດ ຈະຕ້ອງຜັດປ່ຽນກັນປະຈຳການບໍ່ເກີນ 3-4 ຄົນຕໍ່ວັນ
+ ຫ້າມຈັດງານປະຊຸມ, ຊຸມແຊວ, ກິດຈະກຳ ຫຼືງານປະເພນີຕ່າງໆ
+ ສືບຕໍ່ປິດບັນດາຕະຫຼາດທີ່ມີຄວາມສ່ຽງ ແລະຕະຫຼາດມີ່ຍັງເປີດໃຫ້ຄະນະສະເພາະກິດເບິ່ງຕາມຕົວຈິງ
+ ປິດການຮຽນ-ການສອນ ທົ່ວແຂວງຄຳມ່ວນ

ທີ່່່ມາ: InsideLaos