ອຸດົມໄຊ ພົບບັນຫາສິນຄ້າແພງເກີນກຳນົດຕ້ອງເລັ່ງຫາທາງແກ້ໄຂ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຄືທີ່ຮູ້ກັນດີວ່າ ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ປະເທດເຮົາແມ່ນຍັງອະນຸຍາດໃຫ້ມີການຂົນສົ່ງສິນຄ້າຂ້າມແດນຢູ່ ແຕ່ໄດ້ປິດດ່ານປະເພນີ ແລະດ່ານທ້ອງຖິ່ນຕ່າງໆໝົດ ຈົ່ງໄວ້ແຕ່ດ່ານສາກົນ ເຮັດໃຫ້ການຂົນສົ່ງສິນຄ້າບາງຢ່າງອາດບໍ່ຖ່ວງທັນຄືແຕ່ກ່ອນ ເຮັດໃຫ້ມີຊາວຄ້າຂາຍຈຳນວນໜຶ່ງສວຍໂອກາດຂຶ້ນລາຄາສິນຄ້າ ເຊິ່ງປະຈຸບັນຢູ່ແຂວງອຸດົມໄຊພົບວ່າມີການຂາຍສິນຄ້າເກີນລາຄາທີ່ກຳນົດໄວ້ ແລະຕ້ອງເລັ່ງຫາທາງແກ້ໄຂ.

ໃນວັນທີ 13 ກັນຍານີ້ ທີ່ຫ້ອງປະຊຸມ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ເປີດກອງປະຊຸມ ກຳນົດລາຄາສິນຄ້າ ແລະ ພ້ອມກັນຊອກຫາວິທີແກ້ໄຂ ບັນຫາສິນຄ້ານຳເຂົ້າທີ່ມີລາຄາແພງເກີນກຳນົດ ໂດຍການເຂົ້າຮ່ວມຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ມີຫົວໜ້າພະແນກການ, ອົງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

[“]

ຈຸດປະສົງ ເພື່ອກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແນໃສ່ຮັກສາສະຖຽນລະພາບທາງດ້ານລາຄາ ທັງເປັນການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງຜູ້ດຳເນີນທຸລະກິດ, ຜູ້ຊົມໃຊ້ ແລະ ຜົນປະໂຫຍດຂອງລັດ. ກອງປະຊຸມ ຄະນະກຳມະການຄວບຄຸມລາຄາສິນຄ້າຢູ່ທ້ອງຕະຫຼາດ ຍັງໄດ້ມີການສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍລວມແລ້ວມີຫຼາຍປະເພດສິນຄ້າມີລາຄາເພີ່ມຂຶ້ນສູງ ເຊັ່ນ: ຫົວອາຫານສັດ, ວັດສະດຸກໍ່ສ້າງ, ນ້ຳມັນເຊື້ອໄຟ, ແກ໊ດ ແລະ ເຄື່ອງອຸປະໂພກ-ບໍລິໂພກອື່ນໆ.

ເຊິ່ງໄລຍະຜ່ານມາ ຄະນະຮັບຜິດຊອບກໍ່ໄດ້ມີການລົງເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ລົງກວດກາບັນດາຮ້ານຄ້າ ແລະ ບໍລິສັດນຳເຂົ້າຈຳນວນໜຶ່ງ ພ້ອມທັງກ່າວເຕືອນຜູ້ປະກອບການທີ່ຈຳໜ່າຍສິນຄ້າທີ່ມີລາຄາສູງເກີນກຳນົດ, ບັນຫາທີ່ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນທຸກມື້ ສາຍເຫດໜຶ່ງກໍ່ຍ້ອນການແຂງໂຕຂອງສະກຸນເງິນຕາຕ່າງປະເທດ ທີ່ສົ່ງຜົນກະທົບໃຫ້ແກ່ການນຳເຂົ້າສິນຄ້າມີລາຄາສູງແຕ່ຕົ້ນທາງ.

ພ້ອມນີ້ ກອງປະຊຸມຍັງໄດ້ກຳນົດລາຄາຊີ້ນໜູຊື້-ຂາຍຢູ່ໜ້າຟາມສູງສຸດບໍ່ໄຫ້ເກີນ 26 ພັນກີບຕໍ່ 1 ກິໂລ, ລາຄາຊີ້ນສົດຂາຍໃນຕະຫຼາດສູງສຸດບໍ່ໃຫ້ເກີນ 50 ພັນກີບຕໍ່ 1 ກິໂລ, ລາຄາໄຂ່ໄກ່ໜ່ວຍໃຫຍ່ຊື້-ຂາຍຢູ່ໜ້າຟາມສູງສຸດບໍ່ໃຫ້ເກີນ 4 ແສນ 20 ພັນກີບຕໍ່ 1 ແກັດ, ລາຄາຂາຍຍ່ອຍຢູ່ຕະຫຼາດສູງສຸດບໍ່ໃຫ້ເກີນ 38 ພັນກີບຕໍ່ 1 ແຕະ, ລາຄາປາຊື້-ຂາຍຍົກຢູ່ໜອງສູງສຸດບໍ່ໃຫ້ເກີນ 20ພັນກີບຕໍ່ 1 ກິໂລ, ຂາຍສົ່ງບໍ່ໃຫ້ເກີນ 22 ພັນກີບຕໍ່ 1 ກີໂລ, ລາຄາຊື້-ຂາຍຍ່ອຍຢູ່ຕະຫຼາດບໍ່ໃຫ້ເກີນ 24 ພັນກີບຕໍ່ 1 ກິໂລ ແລະ ອື່ນໆ.

ໂອກາດນີ້ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ຍັງມີຄຳຖາມເຈາະຈີ້ມໃນຫຼາຍບັນຫາ ໂດຍສະເພາະ ບັນຫາການນຳເຂົ້າສິນຄ້າລາຄາແພງ, ການນຳໃຊ້ທ່າແຮງທີ່ເຮົາມີຜະລິດກັບທີ່ ເພື່ອຫຼຸດຜ່ອນຕົ້ນທຶນນຳເຂົ້າ, ເອົາໃຈໃສ່ການຕິດຕາມ, ກວດກາ ການນຳເຂົ້າສິນຄ້າທີ່ບໍ່ໄດ້ຮັບອະນຸຍາດ ແລະ ອື່ນໆ. ໂດຍມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊ, ພະແນກ ກະສິກຳ ແລະ ປ່າໄມ້ແຂວງ ສະໜອງຂໍ້ມູນໃຫ້ແກ່ ພະແນກອຸດສາຫະກຳ ແລະ ການຄ້າ ເພື່ອຊອກຫາທາງອອກທີ່ດີຮ່ວມກັນ.

Related Posts

Leave a Reply

Your email address will not be published. Required fields are marked *