ຕາມຂໍ້ມູນຂ່າວທີ່ປະກົດຢູ່ໃນສື່ສັງຄົມອອນລາຍ ກ່ຽວກັບ ເມຍໃຫຍ່-ເມຍນ້ອຍ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຕາມຂໍ້ມູນຂ່າວທີ່ປະກົດຢູ່ໃນສື່ສັງຄົມອອນລາຍ ກ່ຽວກັບ ເມຍໃຫຍ່-ເມຍນ້ອຍ ທີ່ກຳລັງກະຈ່າຍຢ່າງຫລວງຫລາຍ. ກ່ອນອື່ນທາງພວກເຮົາ ຂໍອອກໂຕກ່ອນວ່າ: ການຂຽນບົດວິເຄາະທາງກົດໝາຍກ່ຽວກັບເລື່ອງນີ້ ແມ່ນ ເພື່ອເຍືອງໃຫ້ເຫັນເຖິງປະເດັນທາງດ້ານກົດໝາຍເຊິ່ງມີຜູ້ຕິດຕາມ ຫລື ແຟນ page ຫຼາຍຄົນສົ່ງເຂົ້າມາຖາມ ແລະ ຢາກໃຫ້ພວກເຮົາ ວິເຄາະໃຫ້ຟັງ.

ພວກເຮົາ ຂໍວາງໂຕເປັນກາງບໍ່ເຂົ້າຂ້າງຝ່າຍໃດ ແລະ ແຟນ page ທຸກຄົນສາມາດປະກອບຄຳເຫັນຫຼັງອ່ານບົດວິເຄາະນີ້ໄດ້ເຊັ່ນດຽວກັນເດີ. ເຮົາມາເລີ່ມກັນເລີຍ:

1. ເມຍໃຫຍ່ ຈະເອົາຜິດຫຍັງໄດ້ແນ່ນຳ ເມຍນ້ອຍ ແລະ ຜົວຂອງລາວ?

ການທີ່ຊາຍ ຫຼື ຍິງ ມີຄູ່ສົມລົດຢູ່ແລ້ວ ແຕ່ໄດ້ມີຊູ້ກັບຍິງ ຫຼື ຊາຍອື່ນ ຈະຖືວ່າໄດ້ກະທຳຜິດຖານການກະທຳມິດສະຈານ ເຊິ່ງເປັນຄວາມຜິດທາງອາຍາ. ອີງຕາມມາດຕາ 247 ຂອງປະມວນກົດໝາຍອາຍາ 2017 ທີ່ກຳນົດໄວ້ວ່າ : ບຸກຄົນໃດທີ່ມີ ຜົວ ຫຼື ເມຍ ຫາກໄດ້ເສບສົມກັບຜູ້ອື່ນ ຈະຕ້ອງຖືກລົງໂທດຕັດອິດສະລະພາບຕັ້ງແຕ່ 3 ເດືອນເຖິງ 1 ປີ ພ້ອມທັງຖືກປັບໃໝ ແຕ່ 1.000.000 ກີບ ຫາ 10.000.000 ກີບ. ພ້ອມກັນນັ້ນ ມາດຕາດັ່ງກ່າວ ຍັງກຳນົດຕື່ມອີກວ່າ ຄູ່ທຳມິດສະຈານ (ຜູ້ເປັນຊູ້) ກໍ່ຈະຖືກລົງໂທດສະຖານດຽວກັນນຳ.

ໃນກໍລະນີທີ່ສານ ຕັດສິນວ່າ ຜົວຂອງຕົນ ແລະ ເມຍນ້ອຍ ມີຄວາມຜິດທາງອາຍາໃນຂໍ້ຫາ ທຳມິດສະຈານ ໂດຍມີຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ, ເມຍໃຫຍ່ ສາມາດຮ້ອງຟ້ອງເພື່ອຂໍຢ່າຮ້າງ ຜົວ ຕາມຫລັກການທີ່ກໍານົດໄວ້ໃນມາດຕາ 176 ຂໍ້ 1 ຂອງປະມວນກົດໝາຍແພ່ງ 2018 ຊຶ່ງສິດຕາມກົດໝາຍທີ່ ເມຍ ຈະສາມາດຮຽກຮ້ອງໄດ້ມີຄື:

• ການຂໍຢ່າຮ້າງ;

• ການແບ່ງປັນສິນສົມສ້າງ;

• ຂໍສິດລ້ຽງດູລູກ ແລະ ເງິນລ້ຽງດູລູກ;

• ໃຊ້ແທນຄວາມເສຍຫາຍທາງດ້ານຈິດໃຈ ແລະ/ຫລື ການຮຽກຮ້ອງຕາມຮີດຄອງປະເພນີ.

2. ການກະທຳຂອງເມຍໃຫຍ່ (ເຜົາເມຍນ້ອຍ) ມີຄວາມຜິດບໍ່?

ເລື່ອງນີ້ ອາດເບິ່ງໄດ້ເປັນ 2 ຢ່າງຄື: ຜູ້ຖືກຫາມີເຈດຕະນາຈະເອົາຊີວິດເມຍນ້ອຍ ຫລື ບໍ່? ຫຼື ພຽງແຕ່ຢາກທຳຮ້າຍຮ່າງກາຍ. ຖ້າມີເຈດຕະນາ ຈະເອົາຊີວິດ ຜູ້ຖືກຫາອາດກະທຳຜິດຖານພະຍາຍາຄາດຕະກຳ (ຜູ້ເຄາະຮ້າຍຍັງບໍ່ຕາຍ) ອີງຕາມມາດຕາ 188 ຂອງປະມວນກົດໝາຍອາຍາ 2017 ເຊິ່ງກຳນົດໂທດໄວ້ຄື: ຕັດອິດສະຫຼະພາບແຕ່ 10 ປີ ຫາ 15 ປີ ແລະ ຖືກປັບໃໝແຕ່ 5.000.000 ກີບ ຫາ 50.000.000 ກີບ.

ຖ້າມີເຈດຕະນາ ພຽງແຕ່ຢາກທຳຮ້າຍຮ່າງກາຍ ແຕ່ວ່າເຮັດເກີນກວ່າເຫດ. ອີງຕາມ ມາດຕາ 194 ປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ: ຖ້າການທຳຮ້າຍຮ່າງກ່າຍຫາກເຮັດໃຫ້ຄົນອື່ນເສຍອົງຄະ ພິການ ຫຼື ເສຍຊີວິດ ຈະຖືກຕັດອິດສະຫຼະພາບແຕ່ 7 ປີ ຫາ 15 ປີ ແລະ ຈະຖືກປັບໃໝແຕ່ 30.000.000 ກີບ ຫາ 50.000.000 ກີບ.

3. ຖ້າສານຕັດສິນວ່າ ເມຍໃຫຍ່ກະທຳຜິດ ໂທດທີ່ຈະວາງໃສ່ເພີ່ນ ຈະເປັນແນວໃດ?

ຖ້າສານຕັດສິນແລ້ວວ່າ ເມຍໃຫຍ່ກະທຳຜິດ, ຜູ້ກ່ຽວອາດຖືກຕັດອິດສະຫຼະພາບ ແລະ ຖືກປັບໃໝ່. ສ່ວນວ່າຜູ້ກະທຳຜິດຈະໄດ້ຮັບໂທດຕັດອິດສະຫຼະພາບທັງໝົດຈັກປີ ແລະ ປັບໃໝ່ເທົ່າໃດ ນັ້ນຂຶ້ນກັບດຸນພິນິດຂອງສານ. ແຕ່ຜູ້ກະທຳຜິດ ສາມາດຮ້ອງຂໍໃຫ້ສານພິຈາລະນາປັດໃຈທີ່ພາໃຫ້ຫຼຸດຄວາມຮັບຜິດຊອບທາງອາຍາ ຕາມຫລັກການທີ່ໄດ້ກຳນົດໄວ້ໃນມາດຕາ 64 ຂອງປະມວນກົດໝາຍອາຍາ 2017 ຄື:

• ຜູ້ກະທຳຜິດ ແມ່ນແມ່ຍິງຖືພາ;

• ການກະທຳຜິດ ຍ້ອນຖືກແຕະຕ້ອງທາງດ້ານຈິດໃຈຢ່າງໜັກຈົນບໍ່ສາມາດຄຸມສະຕິໄວ້ໄດ້ດ້ວຍການກະທຳອັນບໍ່ຖືກຕ້ອງຕາມກົດໝາຍຂອງຜູ້ເຄາະຮ້າຍກໍຄື ການກະທຳຜິດ ມິດສະຈານ.

4. ຜົວມີຄວາມຜິດຫຍັງບໍ່?

ມີຄວາມຜິດຄືກັນກັບ ເມຍນ້ອຍ ຖານກະທຳມິດສະຈານຕາມທີ່ໄດ້ວິເຄາະໄວ້ໃນຂໍ້ 1 ຂ້າງເທິງນີ້.

Related Posts

Leave a Reply

Your email address will not be published. Required fields are marked *