Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ແຂວງ ຢູນນານ ສປ ຈີນ ຊ່ວຍແຂວງຈຳປາສັກ ຕ້ ານໂ ຄວິ ດ

ນະຄອນຢູຊິ ແຂວງຢູນນານ ສປ ຈີນ ໄດ້ຊ່ວຍເຫລືອດ້ານອຸປະກອນການແພດ ໃຫ້ແຂວງຈຳປາສັກ ສປປ ລາວ, ລວມມູນຄ່າ 200.000 ຢວນ ຫລື ປະມານ 300 ລ້ານກວ່າກີບ. ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດ COVID-19, ອຸປະກອນດັ່ງກ່າວປະກອບມີ: ຜ້າອັດປາກ-ດັງ 12.500 ແຜ່ນ ແລະ ຊຸດປ້ອງກັນການແພດ ຫລື ຊຸດ PPE ຈຳນວນ 2.720 ຊຸດ.
ພິທີຮັບການຊ່ວຍເຫລືອໃນຄັ້ງນີ້, ໄດ້ມີຂຶ້ນ ໃນວັນທີ 15 ກັນຍາ 2021, ທີ່ຫ້ອງວ່າການແຂວງ, ຕາງໜ້າໃຫ້ຄະນະນຳແຂວງ ກ່າວຮັບ ໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳ ປາສັກ, ມີຜູ້ຕາງໜ້າ ໃຫ້ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບ າ ດພະຍາດໂ ຄ ວິ ດ ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການຊ່ວຍເຫລືອດັ່ງກ່າວ, ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ທາງດ້ານອຸປະ ກອນການແພດ ທີ່ຈະນຳໃຊ້ເຂົ້າໃນການຮັບມືກັບການແ ຜ່ລ ະ ບາ ດຂອງເຊື້ອ ໂ ຄວິ ດ ທີ່ພວມລະບາດ ຢູ່ ສປປ ລາວ ໃນປັດຈຸບັນ, ທັງເປັນການເສີມຂະຫຍາຍມູນເຊື້ອ ສາຍພົວພັນການຮ່ວມມື ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ແຂວງຈໍາປາສັກ ກັບ ນະຄອນຢູຊິ ແຂວງຢູນນານ ສປ ຈີນ.
ຂ່າວ-ຮູບ: ທັດຊະນະ