ດີຶ້ ດ້ ານ ທັກ ທ້ າ ຍ ໂ ຄ ວິ ດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ບໍ່ລະເວັ້ນ……ເມື່ອພົບເຫັນຕັ້ງວົງຊຸມແຊວ

ເມື່ອທີ 15 ກັນຍາ 2021, ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ປະສານສົມທົບກັບ ການຈັດຕັ້ງບ້ານ ສາຍນ້ຳເງິນ ເມືອງໄຊທານີ ໃຊ້ມາດ ຕ ະການປັ ບ ໃ ໝຕໍ່ໄວລຸ້ນ ຈຳນວນ 12 ຄົນ, ຍິງ 7 ຄົນ ຕັ້ງວົງຊຸມແຊວເຫຼົ້າ-ເບຍ ຢູ່ຫ້ອງແຖວແຫ່ງໜຶ່ງ ເຂດບ້ານ ສາຍນ້ຳເງິນ ຜູ້ລະ 100,000 ກີບ ຕາມແຈ້ງການຂອງຄະນະສະເພາະກິດ ນະຄອນຫຼວງວຽງຈັນ ພາຍຫຼັງສຶກສາອົບຮົມໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ພຶດຕິກຳທີ່ມີຄວາມສ່ຽງ.

ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ເປີດເຜີຍວ່າ: 22: 30 ຂອງວັນດັ່ງກ່າວ ໄດ້ສົມທົບກັບ ບ້ານ ສາຍນ້ຳເງິນ ອອກກວດໃນພື້ນທີ່ຄວາມຮັບຜິດຊອບ ພົບເຫັນໄວລຸ້ນ ຈຳນວນ 12 ຄົນ, ຍິງ 7 ຄົນ ຕັ້ງວົງຊຸມແຊວເຫຼົ້າ-ເບຍ ຢູ່ຫ້ອງແຖວເຂດບ້ານ ສາຍນ້ຳເງິນ ເຊີ່ງເປັນການລະເມີດຕໍ່ຄໍາສັ່ງເລກທີ 051/ຈນວ ລົງວັນທີ 30 ສິງຫາ 2021 ຈຶ່ງໄດ້ນຳເອົາພວກກ່ຽວຂຶ້ນມາຫ້ອງການ ປກສ ກຸ່ມ ຜ່ານການສອບຖາມເບື້ອງຕົ້ນຮູ້ໄດ້ວ່າພວກກ່ຽວ ແມ່ນມາຈາກຕ່າງແຂວງ ທີ່ເຂົ້າມາພັກເຊົາຢູ່ ນວ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ສຶກສາອົບຮົມພ້ອມທັງນຳໃຊ້ມາດຕະການປັບໃໝ ຕາມແຈ້ງການເລກທີ 24/ສພກ ລົງວັນທີ 19 ສິງຫາ 2021 ວ່າດ້ວຍການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພົນລະເມືອງທຸກຄົນ ຖ້າພົບເຫັນກຸ່ມຄົນຕັ້ງວົງຊຸມແຊວ ແລະ ມົ້ວສຸມຢາເສບຕິດ ທີ່ລະເມີດແຈ້ງການ, ຄໍາສັ່ງທີ່ຂັ້ງເທີງວາງອອກ ໃຫ້ລາຍງານເຈົ້າໜ້າທີ່ບ່ອນໃກ້ຄຽງ ຫຼື ແຈ້ງມາທາງວອດແອັບເບີ 02028899774 ຫຼື ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

Related Posts

Leave a Reply

Your email address will not be published. Required fields are marked *