Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເລື່ອງເປັນແນວນີ້ອ້າຍທ ະ ນາ ຍ ນ້ອງໄດ້ໄປຫຼີ້ນຫວຍອອນລາຍນຳ ນ. ກ້ອຍ (ນາມສົມມຸດ) ນ້ອງເອົາມືທີ 5 ຫວຍ 100 ລ້ານ, 10 ມື້ເປຍ.
ແຕ່ເລີ່ມມາກໍບໍ່ມີບັນຫາຫຍັງ. ມາຮອດຜ ຽນ ນ້ອງເປຍ ແມ່ຫວຍເພິ່ນບອກນ້ອງວ່າຫວຍລົ້ມເພາະລູກຫວຍກ່ອນໜ້ານີ້ໄດ້ໜີໄປ ແລະ ບໍ່ຈ່າຍຫວຍ ບວກກັບຫວຍສາຍອື່ນເພິ່ນກະລົ້ມຄຶກັນ. ເພິ່ນຂໍຈ່າຍເງິນຄືນໃຫ້ນ້ອງເດືອນລະ 1 ລ້ານກີບ ແຕ່ນ້ອງບໍ່ຍອມຍ້ອນວ່ານ້ອງກໍຢາກໄດ້ເງິນນ້ອງທັງໝົດ. ເປັນແນວນີ້ນ້ອງມີສິດຫຍັງແດ່?

ພວກເຮົາ Phomsoupha & Son Law ມີຄຳເຫັນວ່າ:
ການໂກງຫວຍ (ບໍ່ຈ່າຍເງິນຫວຍ) ກົ ດ ໝ າຍຈະຖືວ່າເປັນການກະທຳຜິດທາງອາຍາຖານການສໍ້ ໂ ກງ ຊັບ. ອີງຕາມມາດຕາ 233 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ: ບຸກຄົນໃດຫາກໃຊ້ເລ່ລ່ຽມ ຕົວະຍົວະຫຼອກລວງດ້ວຍວິທີໃດກໍຕາມເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນຫາ 3 ປີ ແລະ ປັບໃໝແຕ່ 5 ລ້ານ ຫາ 20 ລ້ານກີບ.

ໃນກໍລະນີທີ່ກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ 3 ປີ ຫາ 8 ປີ ແລະ ຖືກປັບໃໝແຕ່ 10 ລ້ານກີບ ຫາ 50 ລ້ານກີບ.
#ຖ້າກໍລະນີລູກຫວຍເປຍຫວຍແລ້ວບໍ່ຈ່າຍເດທະນາຍເພິ່ນມີຄວາມຜິດຫຍັງບໍ່?
ມີແນ່ນອນ. ໃນກໍລະນີດັ່ງກ່າວກໍຈະຖືວ່າເປັນການກະທຳຜິດຖານ ສໍ້ ໂ ກງ ຊັ ບເຊັ່ນກັນ.
ທີ່ມາ
https://m.facebook.com/story.php?story_fbid=237048078431277&id=103003471835739