Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສາທາລະນະສຸກເຕືອນ! ຫ້າມປະຊາຊົນໄປສັກວັກຊີນປ້ອງກັນໂຄວິດ-19 ເຂັມ 3 ເດັດຂາດ

ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ປະຈຸບັນ ສປປ ລາວ ໄດ້ມີການລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດເຮັດໃຫ້ມີຜົນກະທົບດ້ານເສດຖະກິດ, ດ້ານສາທາລະນະສຸກ
ຕໍ່ການລະບາດຂອງພະຍາດດັ່ງກ່າວ ຈຶ່ງມີຂໍ້ແນະນໍາໃນການຈັດຕັ້ງປະຕິບັດການໃຫ້ບໍລິການວັກຊີນປ້ອງກັນພະຍາດໂຄວິດ-19 ດັ່ງນີ້:
+ ສາມາດໃຫ້ບໍລິການສັກວັກຊີນ ກັບນັກຮຽນທີ່ກໍາລັງຮຽນ ມໍ 7 ຫຼືຜູ້ທີ່ມີອາຍຸ 17 ປີ ຂື້ນໄປ ທີ່ຈະເດີນທາງເພື່ອການສຶກສາ, ການກຽມສອບເສັງເຂົ້າມະຫາວິທະຍາໄລ

+ ໃຫ້ບໍລິການສັກວັກຊີນປ້ອງກັນໂຄວິດ-19 ໃນແມ່ຍິງຖືພາທີ່ມີອາຍຸຄັນ 12 ອາທິດ ຂຶ້ນໄປ
+ ຫ້າມບໍ່ໃຫ້ພະນັກງານແພດເອົາວັກຊີນປ້ອງກັນພະຍາດໂຄວິດ-19 ທຸກຊະນິດໄປສັກເຂັມ 3 (Booster) ໃຫ້ຜູ້ທີ່ໄດ້ຮັບວັກຊີນ 2 ເຂັມຄົບມາແລ້ວຢ່າງເດັດຂາດ, ຫາກພາກສ່ວນໃດ ຫຼື ບຸກຄົນແພດໃດສັກເຂັມ 3 ທາງການຈັດຕັ້ງຈະບໍ່ຮັບຜິດຊອບທຸກກໍລະນີ
ຂ່າວຈາກ: InsideLaos