Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເມື່ອເຮົາເບິ່ງຖິຕິທີ່ຖືກເກັບແລະເຮັດສຳຫຼວດໃນປີຕ່າງໆ ເຮົາຈະເຫັນວ່າມີປະເທດຢູ່ກຸ່ມໜຶ່ງ ທີ່ມັກເກັບພາສີເງິນໄດ້ສູງຫລາຍໆ ຖ້າທຽບກັບປະເທດທີ່ເຫຼືອໃນສ່ວນອື່ນໆຂອງໂລກ.
ຖ້າເບິ່ງກັບມາເບິ່ງຄວາມຮູ້ສຶກໃນແງ່ການເປັນຜູ້ຈ່າຍພາສີ ຄົງປະຕິເສດບໍ່ໄດ້ເລີຍວ່າ ຫຼັກການທົ່ວໄປຄື ຄົນທຸກຄົນມັກຈະບໍ່ຢາກຈ່າຍເງິນທີ່ຫາມາ ດ້ວຍການເຮັດວຽກງານຂອງຕົນເອງໄປໃຫ້ຜູ້ອື່ນ.
ແນ່ນອນວ່າ, ຫຼາຍຄົນຢາກບໍລິຫານຈັດການດ້ວຍໂຕເຮົາເອງ ແຕ່ເປັນຫຍັງຄຸນນະພາບຊີວິດຂອງຫຼາຍປະເທດທີ່ເກັບພາສີສູງກັບສູງຕາມຈຳນວນເມັດເງິນທີ່ປະຊາກອນຍອມຈ່າຍອອກຈາກກະເປົ໋າຂອງຕົນ
ຈາກການເກັບຂໍ້ມູນຂອງອົງການເພື່ອຄວາມຮ່ວມມືແລະການພັດທະນາທາງເສດຖະກິດ (OECD) ປີ ຄ.ສ. 2021 ສະຫລຸບສະຖິຕິ 10 ປະເທດທີ່ເກັບພາສີສູງທີ່ສຸດໃນໂລກ
ໄດ້ແກ່:
- ໂປຕຸເກດ
- ອາຣູບາ
- ສະວີເດນ
- ຍີ່ປຸ່ນ
- ເດນມາກ
- ສະວິດເຊີແລນ
- ອອດເຕຼຍ
- ຟິນແລນ
- ການາດາ
- ເກົາຫຼີໃຕ້
ເຮົາລອງມາທຳຄວາມເຂົ້າໃຈລາຍຊື່ປະເທດທີ່ກ່າວມາ ຈະເຫັນໄດ້ວ່າ ມີຄວາມສຳພັນກົງໄປກົງມາກັບສະຖິຕິຂອງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ໂດຍທີ່ ເດນມາກ, ສະວິດເຊີແລນ, ເນເທີແລນ, ການາດາ ແລະສະວີເດັນ ກໍເປັນລາຍຊື່ປະເທດທີ່ໄດ້ຮັບການຍົກຍ້ອງໃຫ້ເປັນປະເທດທີ່ປະຊາກອນມີຄວາມສຸກທີ່ສຸດ ລະດັບໂລກນຳເຊັ່ນດຽວກັນ.
ແລ້ວອິຫຍັງຄືຄວາມເຊື່ອມໂຍງລະຫວ່າງການເກັບພາສີໃນອັດຕາສູງ ແລະຄວາມສຸກຂອງປະຊາກອນໃນປະເທດ
ທ່ານເຈຟຟຣີ ແຊກສ໌ ນັກເສດຖະສາດລະດັບໂລກໄດ້ອະທິບາຍວ່າ ອັດຕາຄວາມສຸກຂອງປະຊາກອນໃນປະເທດທີ່ສູງນັ້ນ ຂຶ້ນຢູ່ກັບຮາກຖານທາງສັງຄົມທີ່ແຂງແຮງ.
ໃນທີ່ນີ້ໝາຍຄວາມເຖິງຄວາມເຊື່ອໝັ້ນຂອງປະຊາກອນຕໍ່ລະບົບໂຄງສ້າງໃນການບໍລິຫານຈັດການໃນປະເທດແລະການມີຄຸນນະພາບຊີວິດທີ່ດີ.
ການເກັບພາສີສູງນຳໄປສູ່ການໄດ້ຮັບສະຫວັດດິີການທາງສັງຄົມທີ່ມີຄຸນນະພາບຫລາຍຂຶ້ນ
ເນື່ອງຈາກພາສີຈຳນວນຫລາຍທີ່ຖືກຈ່າຍໃຫ້ພາກລັດນຳໄປແບ່ງສັນປັນສ່ວນອອກມາເປັນບໍລິການສາທາລະນະຕ່າງໆ ບໍ່ວ່າຈະເປັນການເບິ່ງແຍງສຸຂະພາບທົ່ວໄປ ການເຂົ້າເຖິງບໍລິການການສຶກສາທີ່ມີຄຸນນະພາບ ການມີສິດທິພັກວຽກເພື່ອໄປຫາຄອບຄົວ ສິ່ງເຫຼົ່ານີ້, ເປັນຜົນພວງມາຈາກຮາກຖານທາງສັງຄົມທີ່ແຂງແຮງ.
ຜູ້ຄົນໃນປະເທດເຫຼົ່ານັ້ນມີຄວາມສຸກໃນລະດັບສູງ ເພາະມີຄວາມເຊື່ອໝັ້ນ ແລະໄດ້ຮັບການສື່ສານນະໂຍ ບາຍສາທາລະນະດ້ວຍຄວາມຊື່ສັດຈາກລັດຖະບານ ບໍ່ແມ່ນຄວາມສຳພັນທີ່ຕັ້ງຢູ່ເທິງຄວາມຫວາດລະແວງ ຜູ້ຄົນໄດ້ຮັບຈຳນວນມື້ຢຸດຕາມຄວາມເໝາະສົມ.
ສາມາດເຂົ້າເຖິງບໍລິການສາທາລະນະສຸກທີ່ມີຄຸນນະພາບໄດ້ ໂດຍບໍ່ຕ້ອງຈົກເງິນໃນກະເປົ໋າຈ່າຍເທົ່າໃດ? ຄ່າຮໍ່າຮຽນໃນສະຖາບັນການສຶກສາທີ່ມີຄຸນນະພາບບໍ່ແພງ ແລະຄຸນນະພາບຂອງບໍລິການສາທາລະນະອື່ນໆ.
ຮາກຖານທາງສັງຄົມທີ່ແຂງແກ່ນນຳໄປສູ່ຄຸນນະພາບຊີວິດຂອງປະຊາກອນທີ່ສູງຂຶ້ນ ເລີຍກັບມາຕອບຄຳຖາມທີ່ວ່າເປັນຫຍັງປະຊາກອນໃນປະເທດເຫຼົ່ານັ້ນ ຈຶ່ງຍອມຈ່າຍພາສີລາຄາແພງ ເພື່ອແລກມາດ້ວຍການສະໜັບສະໜູນຈາກພາກລັດຢ່າງເໝາະສົມ.
ແຫຼ່ງຂໍ້ມູນ:https://www.investerest.co/finance/highest-taxed-countries
ນັກທຸລະກິດລາວ NewCEOLAOS