ທ າ ມ ລ າ ຍ +265 ນະຄອນຫຼວງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ໂ ຄ ວິ ດປະຈຳວັນເສົາ ວັນທີ 18 ກັນຍາ ປີ 2021

ສະບາຍດີ ບັນດາທ່ານທີ່ກຳລັງຕິດຕາມຮັບຊົມ ແລະ ຮັບຟັງ ການຖ່າຍທອດສົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນເສົາ ວັນທີ 18 ກັນຍາ ປີ 2021.ຂ້າພະເຈົ້າ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຈະຖະແຫຼງຂ່າວ ກ່ຽວກັບ ສະພາບໂຄ ວິ ດ-19 ຢູ່ ສປປ ລາວ, ໃນທົ່ວໂລກ ແລະ ບາງຂໍ້ແນະນຳເພິ່ມເຕີມ.

ຕໍ່ໄປ ຂ້າພະເຈົ້າ ຂໍລາຍງານ:v ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 17 ກັນຍາ 2021:ໄດ້ກວດວິເຄາະທັງໝົດ 6,504 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 467 ຄົນ:

– ກໍລະນີນໍາເຂົ້າ ມີ 83 ຄົນ ຈາກ ແຂວງ ສະຫວັນນະເຂດ 72 ຄົນ, ສາລະວັນ 9 ຄົນ, ແລະ ຫຼວງພະບາງ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

– ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 384 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:· ນະຄອນຫຼວງ 265 ຄົນ:1. ກຸ່ມໂຮງງານ ອານພິລາວ (ເກັບຕົວຢ່າງໃນໂຮງງານ) ພົບເຊື້ອ 247 ຄົນ ແມ່ນເຮັດວຽຢູ່ໂຮງງານຕັດຫຍິບ ອັນພີລາວ ບ້ານໜອງທາເໜືອ, ເມືອງຈັນທະບູລີ ແລະ ມີປະຫວັດພົວພັນກັບຊ່າງຈັກຊ່າງໄຟ (ຄົນໄທ) ຈາກໂຮງງານ ອິນເຕີເມດແຟຊັນ (ທີ່ຕິດເຊື້ອ) ເຊິ່ງໄດ້ໄປແປງຈັກໃຫ້

2. ໂຄງການສຶກສາ LACOVISS: ມີ 03 ຄົນo 01 ຄົນ ຈາກບ້ານ ໜອງຈັນ, ເຈົ້າໜ້າທີ່ຕຳຫລວດo 02 ຄົນ ແມ່ນ ຈາກ ບ້ານ ໜອງທາເໜືອ (ພໍ່ ແລະ ລູກ ສາວ), ເມືອງ ຈັນທະບູລີ

3. ຈຸດເກັບຕົວຢ່າງຈາກບືງຂະຫຍອງ ພົບເຊື້ອ 12 ຄົນ:o ບ້ານ ດ່ານຊ້າງ, ເມືອງ ໄຊທານີ 01 ຄົນo ບ້ານ ຫົວຂົວ, ເມືອງ ໄຊເສດຖາ 02 ຄົນ (ພະນັກງານ ບໍລິສັດ ເອກະຊົນຊີເຄແອວ)o ບ້ານ ສະພັງເມິກ, ເມືອງ ໄຊທານີ 01 ຄົນo ບ້ານ ໜອງທາເໜືອ, ເມືອງ ຈັນທະບູລີ 03 ຄົນ (ເຮັດວຽກຢູ່ໂຮງງານອານພີລາວ 01 ຄົນ ແລະ ຄ້າຂາຍໜ້າໂຮງງານ)o ບ້ານ ສີເກີດ, ເມືອງນາຊາຍທອງ 03 ຄົນ (01 ຄົນ ແມ່ນ ຄ້າຂາຍໃນຕະຫລາດອົດຊີ)

4. ກຸ່ມເມືອງໄຊທານີ 2 ຄົນ

5. ຈາກໂຮງໝໍມະໂຫສົດ 1 ຄົນ ຈາກ ບ້ານຫ້ວຍຫົງ, ເມືອງ ຈັນທະບູລີ, ໂຮງງານ ອານພີລາວ (ເກັບຕົວຢ່າງຈາກ ໂຮງໝໍມະໂຫສົດ)

ບ້ານແດງໃຫມ່

Related Posts

Leave a Reply

Your email address will not be published. Required fields are marked *