ຄໍາສັ່ງ ເຈົ້າຄອງນະຄອນຫຼວງວຽງຈັນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


🔥 ຄໍາສັ່ງ ເຈົ້າຄອງນະຄອນຫຼວງວຽງຈັນ ວັນທີ 19/09/2021 ເວລາ 10:30

ແຈ້ງໃນຄໍາສັ່ງຂໍ້ 2 ໄວ້ວ່າ: ໃຫ້ພະນັກງານລັດຖະກອນ, ພະນັກງານລັດວິສາຫະກິດ, ອົງການຈັດຕັ້ງສາກົນ “ຢຸດ” ການມາເຮັດວຽກຢູ່ ຫ້ອງການ ແຕ່ວັນທີ 20 ເຖິງ 30 ກັນຍາ 2021, ຍົກເວັ້ນທະຫານ, ຕໍາຫຼວດ, ເຈົ້າຫນ້າທີ່ດັບເພີງ, ແພດຫມໍ, ພະນັກງານ, ອາສາສະຫມັກ ຮັບຜິດຊອບລະບົບການບລິການໄຟຟ້າ, ນໍາປະປາ, ການສື່ສານ ແລະ ເຮັດວຽກສະກັດກັ້ນກັນການລະບາດ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ.

ໃຫ້ບັນດາສໍານັກງານ, ອົງການ ພະແນກການ, ເມືອງ ແລະ ບ້ານ ທົ່ວນະຄອນຫຼວງວຽງຈັນ ຈັດຕັ້ງແລະ ແນະນໍາພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຮັດວຽກ ທາງລັດຖະການ ຢູ່ເຮືອນ ຫຼື ທີ່ພັກອາໄສ ຜ່ານລະບົບການສື່ສານ, ອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ:

ໂທລະສັບ, ອີເມວ, ສື່ສັງຄົມອອນລາຍ ແລະ ລະບົບກອງປະຊຸມທາງໄກ, ຕ້ອງຈັດຕັ້ງແບ່ງກັນມາປະຈໍາການ ເພື່ອແກ້ໄຂ ວຽກງານ, ຕອ້ ງມີເວນປ້ອງກັນຍາມສໍານັກງານ, ອົງການ ຢູ່າງເປັນປົກກະຕິ ໃຫ້ສາມາດປະສານໄດ້ໃນກລະນີມີວຽກຈໍາ ເປັນ ເພື່ອປ້ອງກັນບໍ່ໃຫ້ເກີດເຫດຮ້າຍສ້າງຄວາມເສຍຫາຍຕ່າງໆ ຢູ່າງເດັດຂາດ.

🔥 ມາດຕະການຕໍ່ຜູ້ລະເມີດ: ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດມາດຕະການຂອງຄະນະສະເພາະກິດຂັ້ນສູນກາງ,ນະຄອນຫຼວງວຽງຈັນ ແລະ ຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງຖືກປັບໄໝ ຢ່າງເຂັ້ມງວດ ແລະ ເດັດຂາດ ດັ່ງນີ້:

  • ບຸກຄົນລະເມີດ: ໃຫ້ປັບໄໝ 3.000.000 ກີບ/ຄົນ/ຄັ້ງ;
  • ນິຕິບຸກຄົນລະເມີດ: ໃຫ້ປັບໄໝ 10.000.000 ກີບ/ນິຕິບຸກຄົນ/ຄັ້ງ.

ມອບໃຫ້ກໍາລັງ ປກສ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາ ໂດຍເລີ່ມຈາກການປັບໄໝ, ສັ່ງໂຈະຫຼື ສັ່ງປິດກິດຈະການ ແລະ ກ້າວໄປເຖິງດໍາເນີນຄະດີຕາມລະບຽບກົດໝາຍ ຕາມກໍລະນີ ແຕ່ເບົາ ຫາ ໜັກ.

ຄັດຈາກຖະແຫຼ່ງການ ຂອງຄະນະສະເພາະກິດ ວັນທີ 19/09/2021 ເວລາ 10:30

Related Posts

Leave a Reply

Your email address will not be published. Required fields are marked *