Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ນະຄອນຫລວງອອກຄຳ ສັ່ ງ 19-30 ກັນຍາ ຫ້ າ ມທຸກຄົນທີ່ດຳລົງ ຊີວິດຢູ່ນະຄອນຫລວງວຽງຈັນ ອອກຈາກເຮືອນ ຍົກເວັ້ນກໍລະນີຈຳເປັນ
ຂປລ. ວັນທີ 19 ກັນຍາ 2021 ນີ້, ນະຄອນຫລວງວຽງຈັນ ອອກຄຳສັ່ງກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພ ະ ຍາ ດໂຄ ວິ ດ ຢູ່ນະຄອນຫລວງວຽງຈັນ ແຕ່ວັນທີ 19-30 ກັນຍາ 2021
ໂດຍສະເພາະແມ່ນຫ້າມ ປະຊາຊົນ, ພະນັກງານ-ລັດຖະກອນ, ວິສາຫະກິດ, ອົງການຈັດຕັ້ງສາກົນ, ທະຫານ, ຕໍາຫລວດ, ກຳມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ເຄື່ອນໄຫວຢູ່ນະຄອນຫລວງວຽງຈັນ ອອກຈາກເຮືອນ ຫລື ທີ່ພັກອາໄສ ເດີນທາງໄປ-ມາ ຢູ່ພາຍໃນນະຄອນຫລວງວຽງຈັນ, ຍົກເວັ້ນກໍລະນີທີ່ຈຳເປັນ ເຊັ່ນ: ໄປຊື້ອາຫານ, ຢາປົວພະຍາດ, ໄປໂຮງໝໍ, ໄປປະຕິບັດຫໜ້າທີ່ ທີ່ລະບຸໄວ້ໃນຂໍ້ທີ 14 ຂອງຄໍາສັ່ງສະບັບນີ້ ແລະ ໄປປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ.

ສໍາລັບ ຜູ້ທີ່ຈຳເປັນຕ້ອງໄປທຳການຜະລິດກະສິກໍາ ແມ່ນສາມາດໄປໄດ້ ແຕ່ມອບໃຫ້ອົງການປົກຄອງບ້ານເປັນຜູ້ກວດກາ ແລະ ຄຸ້ມຄອງ ດ້ານຈຳນວນ ແລະ ຂອບເຂດ ຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ ໂດຍບໍ່ໃຫ້ເກັບຄ່າທໍານຽມ ຫລື ຄ່າບໍລິການໃດໆ, ເຊິ່ງລາຍລະອຽດຂອງຄຳສັ່ງສະບັບດັ່ງກ່າວມີດັ່ງນີ້:

.
