Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
🔥 ໃນການຖະແຫຼງຂ່າວ ຂອງຄະນະສະເພາະກິດ ວັນທີ 21/09/2021, ລັດຖະມົນຕີ ກະຊວງສາທາລະນະສຸກ ດຣ. ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ ມີຫຼາຍພາກສ່ວນຖາມວ່າ ພວກເຮົາ ຈະໄດ້ຫຍັງແດ່ຈາກການລ່ອກດາວ ປີດເມືອງ?
ຢາກໃຫ້ບັນດາທ່ານເຂົ້າໃຈຄວາມໝາຍຄວາມສໍາຄັນ ຂອງການປະຕິບັດ ຢູ່ເຮືອນເພື່ອຊາດ, ເພື່ອຕົນເອງ, ເພື່ອຄອບຄົວ
ເພາະວ່າ ພະຍາດໄດ້ມີການພັດທະນາ ແລະ ປັບປ່ຽນພັນທຸກໍາ ເຮັດໃຫ້ສາມາດຕິດຕໍ່ໄດ້ໄວ ແລະ ງ່າຍ ຈາກຄົນນື່ງໄປສູ່ກຸ່ມຄົນ ໂດຍສະ ເພາະ ແມ່ນສາຍພັນເດວຕ້າ.
ສິ່ງທີ່ໄດ້ຈາກການປິດ ການເຄື່ອນໄຫວກໍ່ຄື: ການປ້ອງກັນບໍ່ໃຫ້ເກີດການກະຈາຍຂອງເຊື້ອລຸກລາມ ຈົນຄວບຄຸມບໍ່ໄດ້
ຕໍ່ມາ ແມ່ນ ຮັກສາສຸຂະພາບ, ຄວາມປອດໄພ ແລະ ຊີວິດໃຫ້ແກ່ປະຊາຊົນຫລຸດຜ່ອນຄວາມແອອັດ ແລະ ຫຼຸດຜ່ອນພາລະອັນໜັກໜ່ວງຂອງທິມແພດ, ພະຍາບານ, ເຈົ້າໜ້າທີ່
ທີ່ຮັບຜິດຊອບ ສະຖານທີ່ກັກກັນ ແລະ ສະຖານທີ່ປິ່ນປົວຜູ້ຕິດເຊື້ອ.
ນັ້ນແມ່ນສິ່ງທີ່ໄດ້ ແລະ ຖ້າທຸກພາກສ່ວນໃນສັງຄົມ ພ້ອມໃຈກັນປະຕິບັດ ມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ ເຊັ່ນ: ບໍ່ອອກຈາກເຮືອນ ຖ້າບໍ່ຈໍາເປັນ, ບໍ່ໂຮມຊຸມນຸມກັນ, ບໍ່ຊຸມແຊວກັນເປັນກຸ່ມ, ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ການອອກໄປຊື້ ເຄື່ອງອຸປະໂພກ-ບໍລິໂພກ ກໍ່ຄວນໄປຄັ້ງ-ສອງຄັ້ງຕໍ່ອາທີດ ແລະ ບໍ່ແອອັດໃນບ່ອນຂາຍເຄື່ອງ, ຮັກສາໄລຍະຫ່າງ,ໃສຜ້າປິດປາກ-ດັງ, ລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70% ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ, ອະນາໄມຂ້າເຊື້ອຈຸດທີ່ມີຄວາມສ່ຽງ ແລະ ອີກຢ່າງໜຶ່ງທີ່ສໍາຄັນ ກໍ່ຄື ການໄປຮັບວັກຊີນ ເພື່ອສ້າງພູມຄຸ້ມກັນໝູ່ ເຊິ່ງສາມາດປ້ອງກັນ, ຫຼຸດຜ່ອນຄວາມຮຸນແຮງຂອງພະຍາດ ແລະ ການເສຍຊີວິດໄດ້;
ຄຽງຄູ່ກັນກັບ ການປະຕິບັດມາດຕາການປ້ອງກັນຕົນເອງ, ປ້ອງກັນຊຸມຊົນ ທີມງານກໍ່ພ້ອມພຽງກັນເພິ່ມທະວີເຝົ້າລະວັງຢູ່ຕາມສະຖານທີ່ສ່ຽງຕ່າງໆ, ເພີ້ມການເກັບ-ກວດຕົວຢ່າງ ໃຫ້ຫຼາຍຂຶ້ນ, ໄວຂຶ້ນ ຊອກຄົ້ນຫາຜູ້ສຳຜັດໃກ້ຊິດຢ່າງເລັ່ງດ່ວນ, ພ້ອມທັງກະກຽມ ສະຖານທີ່ກັກກັນ, ສະຖານທີ່ປິ່ນປົວ ໃຫ້
ເໝາະສົມ ແລະ ພຽງພໍ ກັບຄວາມຕ້ອງການ, ທັງ ໝົດ ແມ່ນ ເພື່ອສະກັດກັ້ນການລະບາດບໍ່ ໃຫ້ຂະຫຍາຍເປັນວົງກວ້າງ.