Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ
ບໍລິສັດໄຟເຊີ ຢືນຢັນ ວັກຊິນໂຄວິດ-19 ມີຄວາມປອດໄພ ສຳລັບເດັກ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ວໍຊິງຕັນ
ປະເທດ ສ.ອາເມລິກາວ່າ: ບໍລິສັດ ໄຟເຊີ ເຜີຍແຜ່ ຖະແຫລງການ ຂອງ ທ່ານ ອັລເບີຣດ ບູຣລາ ປະທານ ຄະນະເຈົ້າໜ້າທີ່ ບໍລິຫານ ລະບຸວ່າ: ນັບແຕ່ ເດືອນກໍລະກົດ ຜ່ານມາ ຕົວເລກ ສະຖິຕິ ການຕິດເຊື້ອ ພະຍາດ ໂຄວິດ-19 ຂອງ ເດັກນ້ອຍ ໃນ ສ.ອາເມລິກາ ໄດ້ເພີ່ມຂື້ນ ປະມານ 240%.

ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຄວາມຈຳເປັນ ສຳລັບເດັກນ້ອຍ ທ່ີຈະຕ້ອງ ໄດ້ຮັບການ ສັກວັກຊິນ ແລະ ກຽມຍື່ນບັນຫາດັ່ງກ່າວ ຕໍ່ໜ່ວຍງານ ທີ່ກ່ຽວຂ້ອງ ຂອງ ລັດຖະບານ
http://kpl.gov.la/detail.aspx?id=62093