ສະຫຼະເວລາອ່ານ…!!!15 ພຶດຕິກຳ “ຜູ້ຊາຍພາລວຍ” ທີ່ສາວໆຕ້ອງຮູ້ ຖ້າພົບຜູ້ຊາຍແບບນີ້ໂຊກດີສຸດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໃຜໆ ກໍ່ບອກວ່າສະໄໝນີ້ຜູ້ຊາຍດີໆຫາຍາກ ນິໃສດີ ເພີເຟັກ ກໍ່ຍາດກ້ວຍກັບສະນີໄປໝົດແລ້ວ ເຮັດໃຫ້ຜູ້ຍິງບາງຄົນເຖີງກັບຄ້າງຢູ່ເທີງຄານດົນເປັນປີເລີຍ ສ່ວນສາວໆຄົນໃດທີ່ມີໜຸ່ມຮູ້ໃຈຢູ່ແລ້ວ ລອງເອົານິໃສແຟນຂອງເຈົ້າມາເຊັກກັນເບິ່ງເລີຍ ກັບ 15 ພຶດຕິກຳຂອງຜູ້ຊາຍ ຖ້າພົບແບບນີ້ບອກເລີຍຄົບໄປມີແຕ່ລວຍຂື້ນແທ້ໆ:ມີດວງເຮັງດີ ເຊັ່ນ: ດວງຕາມີພະລັງ ໜ່ວຍຕາດຳໃສ ໜ້າຜາກກ້ວາງ ມີໃຝ່ຢູ່ຕາ ຫຼື ມື ປາຍດັງດູກກົມ

ເຂົາເຮັດທຸກຢ່າງເພື່ອໃຫ້ເຈົ້າມີຄວາມສຸກ ແລະ ມີຮອຍຍີ້ມຢູ່ສະເໝີ ບໍ່ວ່າສີ່ງທີ່ເຂົາເຮັດອາດໃຫ້ເຂົາເຈັບເອງ

ເຂົາແຊຣຊີວິດຂອງເຂົາໃຫ້ຟັງທຸກຢ່າງ ພ້ອມທັງເວົ້າເຖີງອະນາຄົດ ແລະ ແຜນທີ່ເຂົາຄິດໄວ້ເຊີ່ງມີເຈົ້າຢູ່ນຳ

ເຂົາຈະບໍ່ປິດບັງອີຫຍັງເຈົ້າເລີຍ ແມ່ນແຕ່ເລື່ອງໄຮ້ສາລະ ເລັກໆນ້ອຍໆເຂົາກໍ່ບອກເຈົ້າສະເໝີເຂົາຈະເຮັດໃນສີ່ງທີ່ເຂົາເວົ້າວ່າຈະເຮັດໂດຍທີ່ບໍ່ລັງເລ

ເຂົາຈະຫ່ວງໃຍເຈົ້າຫຼາຍ ຈົນບາງທີເຮັດໃຫ້ເຈົ້າອືດອັດ ແຕ່ນັ່ນຄືເຂົາແຄເຈົ້າແທ້ໆ

ເຂົາອາດຈື່ວັນສະລັບປະປົນມົ່ວໄປໝົດ ແຕ່ເຂົາຈະຈື່ວັນທີ່ເຂົາມີຄວາມສຸກໄດ້ດີ ມື້ສຳຄັນຕ່າງໆເຂົາອາດຈະລືມໄປແດ່ ແຕ່ວັນເກິດເຈົ້າ ແລະ ວັນຄົບຮອບເຂົາຈະບໍ່ມີວັນລືມເພາະເຂົາເຫັນເຈົ້າສຳຄັນ

ເຂົາຈະພະຍາຍາມເຮັດທຸກຢ່າງ ເພື່ອໃຫ້ເຈົ້າໝັ້ນໃຈ ແລະ ເຊື່ອໃຈເຂົາ ແລະ ເຂົາຈະເຮັດໄດ້ດີເມື່ອຮູ້ວ່າເຈົ້າໝັ່ນໃຈໃນໂຕເຂົາແທ້ໆ

ເຂົາຈະຄືເດັກນ້ອຍໃນມຸມມອງເຈົ້າ ແລະ ມັກຈະເຮັດໃຫ້ເຈົ້າປ່ອຍເວລາຢູ່ທີ່ເຂົາຢ່າງຈີງຈັງ

ຂໍ້ນີ້ 18+ ເຂົາຈະບໍ່ປ່ຽນໄປຫຼັງຈາກທີ່ມີຫຍັງກັບເຈົ້າແລ້ວ ແຕ່ເຂົາກັບມັກມີຫຍັງກັບເຈົ້າຫຼາຍຂື້ນກວ່າເກົ່າ ( ຄືຕິດໃຈ)

ເຂົາໃຫ້ໂອກາດເຈົ້າສະເໝີ ບໍ່ວ່າເຈົ້າຈະເຮັດຜິດຫຍັງໄປ ( ແຕ່ຢ່າຕະຫຼອດຄົນເຮົາມີຄິດຈຳກັດເນາະ)ເຂົາຈະບໍ່ນອກໃຈເຈົ້າເດັດຂາດ ແລະ ເຂົາພ້ອມທີ່ຈະເວົ້າກັບທຸກຄົນທີ່ເຂົ້າມາວ່າເຂົາຮັກເຈົ້າຄົນດຽວ

ເຂົາຈະເຂົ້າຫາພໍ່ແມ່ຍາດພີ່ນ້ອງຂອງເຈົ້າໄດ້ດີຄືເປັນລູກຊາຍຄົນໜື່ງຂອງແມ່ເຈົ້າເຂົາຈະຄຽງຂ້າງເຈົ້າໃນມື້ທີ່ເຈົ້າອ່ອນແອບໍ່ມີໃຜ ແມ່ນໃນມື້ທີ່ເຂົາບໍ່ມີໃຜເຊັ່ນກັນ

ເຂົາຈະເຮັດທຸກຢ່າງເພື່ອໃຫ້ໝູ່ໆເຈົ້າ ອິດສາທີ່ມີແຟນແບບເຂົາ ເພື່ອໃຫ້ເຈົ້າຮູ້ວ່າເຈົ້າໂຊກດີທີ່ໄດ້ຄົບກັບເຂົາ

ທີ່ມາ:postsread

Related Posts

Leave a Reply

Your email address will not be published. Required fields are marked *