Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສະຫວັນນະເຂດ ປິ່ນປົວຜູ້ ຕິ ດໂ ຄ ວິ ດຫາຍດີ 102 ຄົນ
ໃນວັນທີ 21 ກັນຍາຜ່ານມານີ້, ໄດ້ຈັດພິທີມອບ-ຮັບຜູ້ທີ່ປິ່ນປົວດີຈາກພ ະ ຍ າດໂຄ ວິ ດ-19 ຈຳນວນ 129 ກໍລະນີ ຈາກໂຮງໝໍສະໜາມແພໄໝ 3 ຄົນ, ໂຮງໝໍສະໜາມວິທະຍາໄລວິ ທະຍາສາດ ສຸຂະພາບສະຫວັນນະເຂດ (ວສສ ) 24 ຄົນ ແລະ ໂຮງໝໍສະໜາມໂນນສະຫວາດ 102 ຄົນ ໂດຍມີທີມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບເຂົ້າຮ່ວມນຳ.

ປັດຈຸບັນ, ທົ່ວແຂວງສະຫວັນນະເຂດ ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 6.622 ຄົນ. ໃນນີ້, ຍັງປິ່ນປົວຢູ່ສູນມີ 856 ຄົນ, ປິ່ນປົວດີສະສົມ 5.766 ຄົນ ແລະ ເສຍຊີວິດ 7 ຄົນ ຍິງ 2 ຄົນ ຊຶ່ງໃນວັນທີ 22 ກັນຍາ 2021 ແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອພະຍາດໂຄວິດຕື່ມອີກ 9 ກໍລະນີ. ໃນນີ້, ຊຸມຊົນມີ 4 ກໍລະນີ

ຂ່າວ-ພາບ: ນັກຂ່າວສະຫວັນນະເຂດ)