Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ມື້ອື່ນ 26 ກັນຍາ 2021 ໃຜບໍ່ມີໃບອະນຸຍາດອອກຈາກບ້ານ ບຸກຄົນປັບໄໝ 3.000.000 ກີບ ນິຕິບຸກຄົນ 10.000.000 ກີບ

“ສະເພາະວັນທີ 26 ກັນຍາ 2021 ເປັນວັນພັກລາດສະການຜູ້ບໍ່ຈຳເປັນບໍ່ໃຫ້ອອກເຮືອນ”ສະເພາະວັນທີ 26 ກັນຍາ 2021 ແມ່ນວັນພັກລາດສະການ ທຸກຄົນຕ້ອງຍຸດຕິການຈັດກິດຈະກຳຕ່າງໆ ຫຼື ບໍ່ຈຳເປັນບໍ່ໃຫ້ອອກເຮືອນ ຖ້າຜູ້ໃດລະເມີດຈະປະຕິບັດມາດຕະການຢ່າງເຂັ້ມງວດຄື:
1. ຈະອອກກວດກາລາດຕະເວນບັນດາຫ້າງຮ້ານ, ການຕັ້ງວົງຊຸມເຫຼົ້າເບຍ ຖ້າລະເມີດນຳໃຊ້ມາດຕະການປັບໃໝຢ່າງເຂັ້ມງວດ.

2. ມາດຕະການປັບໃໝ ບຸກຄົນປັບໃໝ 3.000.000 ກີບ/ຄັ້ງ, ນິຕິບຸກຄົນ 10.000.000 ກີບ
3. ເຈົ້າໜ້າທີ່ຢູ່ຈຸດກວດກາຈະອະນຸຍາດໃຫ້ສະເພາະຜູ້ທີ່ມີຄວາມຈຳເປັນປະຕິບັດໜ້າທີ່ດັ່ງນີ້: ເຈົ້າໜ້າທີ່ເຮັດໜ້າທີ່ປ້ອງກັນ, ທີມແພດໄປເກັບຕົວຢ່າງ, ເຈົ້າໜ້າທີ່ຢູ່ສູນກັກກັນ, ແພດ-ໝໍ, ໄຟຟ້າ, ນ້ຳປະປາ, ສື່ສານໂທລະຄົມມະນາຄົມ, ກູ້ໄພ, ລົດຂົນສົ່ງເຄື່ອງອຸປະໂພກ-ບໍລິໂພກ.

ຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ