ນະຄອນຫຼວງວຽງຈັນ ອາດຈະ….

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ນະຄອນຫຼວງວຽງຈັນ ອາດຈະມີການຂະຫຍາຍເວລາປິດການເຂົ້າ-ອອກເມືອງຕື່ມອີກເນື່ອງຈາກຍັງກວດພົບຜູ້ຕິດເຊື້ອໃນຊຸມຊົນໃນຈໍານວນຂ້ອນຂ້າງສູງຢູ່ໃນປັດຈຸບັນ.

ອີງຕາມຂໍ້ມູນຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແ ຜ່ ລ ະບ າ ດຂອງພະ ຍ າ ດໂຄວິດ-19 ໃນວັນທີ 26 ກັນຍາ 2021 ທີ່ຜ່ານມາ ໄດ້ມີການກວດວິເຄາະຫາເຊື້ອໂຄວິດ-19 ຈາກທັງໝົດ 2107 ຕົວຢ່າງໃນນະຄອນຫຼວງວຽງຈັນ ແລະ ໄດ້ກວດພົບຜູ້ຕິດເຊື້ອໃນຊຸມຊົນເພີ້ມໃໝ່ 315 ກໍລະນີ ເຊິ່ງເປັນພະນັກງານໂຮງງານ 131 ຄົນ, ພະນັກງານບໍລິສັດ 1 ຄົນ, ພະນັກງານສາທາ 8 ຄົນ, ພະນັກງານທະຫານ 2 ຄົນ, ພະນັກງານປ້ອງກັນຢູ່ຕະຫຼາດຂົວດິນ 1 ຄົນ ແລະ ສ່ວນທີ່ເຫຼືອແມ່ນທີມງານກຳລັງສັງລວມຂໍ້ມູນຢູ່ມີ 101 ກໍລະນີ.

ເຖິງແມ່ນວ່າຕົວເລກຜູ້ຕິ ດເ ຊື້ອ ໂ ຄ ວິ ດ-19 ໃນຊຸມຊົນຢູ່ນະຄອນຫຼວງວຽງຈັນຈະເລີ່ມຫຼຸດລົງ ເມື່ອທຽບໃສ່ຈໍານວນຜູ້ຕິດເຊື້ອໃນອາທິດຜ່ານມາແຕ່ກໍຍັງເປັນຕົວເລກຜູ້ຕິດເຊື້ອທີ່ສູງຢູ່ ແລະ ຖືວ່ານະຄອນຫຼວງວຽງຈັນຍັງໜ້າເປັນຫ່ວງຫຼາຍ ເພາະການແ ຜ່ ລ ະບາດຍັງຂະຫຍາຍເປັນວົງກວ້າງ ເຊິ່ງ ໃນທົ່ວນະຄອນຫຼວງວຽງຈັນມີບ້ານແດງທັງໝົດ 95 ບ້ານຢູ່ 8 ເມືອງ.

ປັດຈຸບັນນີ້, ເພື່ອຄວບຄຸມ ແລະ ສະກັດກັ້ນການລ ະ ບາດ ຂອງພ ະ ຍ າດໂ ຄ ວິ ດ-19 ບໍ່ໃຫ້ແຜ່ ລ ະ ບ າດເປັນວົງກວ້າງ, ອໍານາດການປົກຄອງນະຄອນຫຼວງວຽງຈັນໄດ້ປິດການເຂົ້າ-ອອກນະຄອນຫຼວງວຽງຈັນ ເປັນເວລາ 12 ວັນເລີ່ມມາແຕ່ວັນທີ 19 ຫາ 30 ກັນຍາ 2021 ນີ້, ແຕ່ຖ້າຫາກຍັງມີການແ ຜ່ ລະ ບາ ດພ ະຍ າ ດ ໂ ຄ ວິດ- ໃນຊຸມຊົນເພີ່ມໃໝ່ເລື່ອຍໆນັ້ນ ນະຄອນຫຼວງວຽງຈັນ ອາດຈະມີການຂະຫຍາຍເວລາປິດການເຂົ້າ-ອອກເມືອງ ແລະ ເພີ່ມມາດຕະການເຂັ້ມງວດຂຶ້ນຕື່ມອີກ.

Source: ວຽງຈັນທາຍ

Related Posts

Leave a Reply

Your email address will not be published. Required fields are marked *