Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໃຫ້ໂຈະຊົ່ວຄາວການເປີດບໍລິການຕະຫຼາດພາກເຊົ້າ 1 , ຕະຫຼາດພາກເຊົ້າ 2 ຕັ້ງຢູ່ບ້ານ ທົ່ງຂັນຄຳ, ເມືອງຈັນທະບູລີ ນັບແຕ່ວັນທີ 27 – 30 ກັນຍາ 2021 ເປັນຕົ້ນໄປ
ເພື່ອໃຫ້ດຳເນີນການສີດຢາຂ້າເຊື້ອ ແລະ ເຮັດອານາໄມຄວາມສະອາດ ໃນທົ່ວບໍລິເວນຕະຫຼາດ ແລະ ຈຸດຂາຍສິນຄ້າ ຕາມມາດຕະການທີ່ຄະນະສະເພາະກິດວາງອອກ, ໃຫ້ຊາວຄ້າຂາຍທັງໝົດຢູ່ໃນ ຕະຫຼາດ ແລະ ຂອບເຂດດ້ານນອກຕະຫຼາດ ໃນວົງລັດສະໝີ ທີ່ຂະແໜງ

ສາທາລະນະສຸກກຳນົດ ໃຫ້ໄປກວດຫາເຊື້ອ ພ ະ ຍ າດ ໂຄວິ ດ-19 ແລະ ແຈ້ງເຈົ້າຂອງຕະຫຼາດ, ຈັດສັນຕະຫຼາດ, ໂຄສະນາເຜີຍແຜ່ ແລະ ແຈ້ງໃຫ້ຊາວຄ້າຂາຍ, ພະນັກງານຂອງຕົນບໍ່ ໃຫ້ແຕກຕື່ນ ແລະ ຕິດຕາມອາການຂອງຕົນເອງຢູ່ບ້ານ ( ໃນໄລຍະນີ້ບໍ່ໃຫ້ຊາວຄ້າຂາຍດັ່ງກ່າວໄປຂາຍຢູ່ຈຸດອື່ນໆ ເນື່ອງຈາກຈະເປັນການແຜ່ເຊື້ອ ).

ມາຮອດວັນທີ 28 ກັນຍາ ໄດ້ກວດພົບຜູ້ຕິດເຊື້ອໃນຕະຫລາດ ທົ່ງຂັນຄຳ 35 ກໍລະນີ
