Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
“ນາຍົກລັດຖະມົນຕີເນັ້ນ: ຄວນຫຼີກລ່ຽງການເອົາບັນຫາຊອກຄົ້ນຫາຕົ້ນກຳເນີດ ແລະ ສາເຫດຂອງໂຄວິດ-19 ມາເປັນບັນຫາໂຈມຕີກັນ ຫຼື ເປັນຂໍ້ອ້າງໃນການສ້າງຄວາມຂັດແຍ້ງໃນບັນຫາການເມືອງ”
ໂອກາດກ່າວຄຳປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76 ເມື່ອວັນທີ 25 ກັນຍາ 2021 ຜ່ານທາງອອນລາຍ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວຕອນໜຶ່ງກ່ຽວກັບການຊອກຄົ້ນຫາຕົ້ນກຳເນີດ ແລະ ສາເຫດຂອງໂຄວິດ-19 ວ່າ: ພວກເຮົາຄວນຫຼີກລ່ຽງການເອົາບັນຫາດັ່ງກ່າວເຫຼົ່ານີ້ມາເປັນບັນຫາໂຈມຕີກັນ ຫຼື ເປັນຂໍ້ອ້າງໃນການສ້າງຄວາມຂັດແຍ້ງໃນບັນຫາການເມືອງລະຫວ່າງກັນ.

ທ່ານ ພັນຄຳ ວິພາວັນ ໄດ້ກ່າວເນັ້ນວ່າ: ເຖິງແມ່ນວ່າ ການຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ຢູ່ຫຼາຍບ່ອນ ຈະມີທ່ວງທ່າທີ່ດີຂຶ້ນກໍຕາມແຕ່ຖ້າພວກເຮົາບໍ່ສືບຕໍ່ເພີ່ມທະວີການຮ່ວມມືກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບໍ່ວ່າໃນລະດັບການເມືອງ ຫຼື ລະດັບເຕັກນິກວິທະຍາສາດ, ພວກເຮົາ ກໍຈະຜ່ານຜ່າວິກິດນີ້ໄປໄດ້ຍາກ, ບົນຈິດໃຈດັ່ງກ່າວນີ້, ພວກຂ້າພະເຈົ້າ ຈຶ່ງຮຽກຮ້ອງມາຍັງວົງຄະນະຍາດສາກົນ, ລວມທັງບັນດາປະເທດທີ່ມີຄວາມກ້າວໜ້າທາງດ້ານວິທະຍາສາດການແພດ,
ນັກຄົ້ນຄວ້ານັກວິທະຍາສາດໃນທົ່ວໂລກ ຈົ່ງເພີ່ມທະວີການສຶກສາຄົ້ນຄວ້າມາດຕະການຕອບໂຕ້ຮ່ວມກັນ, ເປັນຕົ້ນແມ່ນການຄົ້ນຄວ້າພັດທະນາ ແລະ ຜະລິດວັກຊີນ, ຢາປິ່ນປົວຕະຫຼອດຮອດການຊອກຄົ້ນຫາຕົ້ນກຳເນີດ ແລະ ສາເຫດຂອງໂຄວິດ-19.

ພວກເຮົາຄວນຫຼີກລ່ຽງການເອົາບັນຫາດັ່ງກ່າວເຫຼົ່ານີ້ມາເປັນບັນຫາໂຈມຕີກັນ ຫຼື ເປັນຂໍ້ອ້າງໃນການສ້າງຄວາມຂັດແຍ້ງໃນບັນຫາການເມືອງລະຫວ່າງກັນ, ພວກເຮົາ ມີຄວາມຕັ້ງໃຈທີ່ຢາກເຫັນນັກວິທະຍາສາດການແພດໃນທົ່ວໂລກ ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ແນໃສ່ຊອກຫາວິທີ ເພື່ອປົກປ້ອງຊີວິດຄົນໃນທົ່ວໂລກ ໂດຍບໍ່ມີການຈຳແນກເຊິ່ງກັນ ແລະ ກັນ.
ພາບ-ຂ່າວ: ກະຊວງການຕ່າງປະເທດ