ປະກາດຫາຍາດພີ່ນ້ອງລົດຕຳເສຍຊີວິດ. ໃນເວລາປະມານ 19:30 ໂມງ ຂອງວັນທີ 30 ກັນຍາ 2022 ລົດໃຫຍ່ຕຳລົດຈັກ ເຮັດໃຫ້ຜູ້ຂັບຂີ່ລົດຈັກ ເພດຊາຍເສຍຊີວິດຄາທີ່. ຜູ້ເສຍຊີວິດຄາດວ່າຈະເປັນຄົນຈີນ ເພາະມືຖື ເປັນພາສາຈີນທັງຫມົດ, ອຸບັດຕິເຫດເກີດຂຶ້ນທີ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ນວຈ ( ແຖວໂຮງງານເຫລັກ ). ຜູ້ກ່ຽວຂີ່ລົດຈັກສີສົ້ມ. ຖ້າຫາກວ່າເປັນຍາດໃຜໃຫ້ໄປຈຸດເກີດເຫດດ່ວນ ຖ້າໃຜຮູ້ບອກຕໍ່ຍາດພີ່ນ້ອງດ້ວຍ ຫລື ຕິດຕໍ່ກູ້ໄພ
Month: September 2022

ທໍາລາຍຢາສູບໄຟຟ້າ ວັນທີ 30 ກັນຍາ 2022 ພະແນກຕໍາຫຼວດສິ່ງແວດ ລ້ອມ ປກສ ນວຈ ທໍາລາຍຢາສູບໄຟຟ້າ ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງ ຢູ່ ນວຈ ທັງເປັນການລະເມີດກົດໝາຍ ແລະ ບຽບການຄວບຄຸມຢາສູບ ຈໍານວນ 2.365 ອັນ, ມູນຄ່າ 94.234.000 ກີບ. ເຈົ້າຫນ້າທີ່ໃຫ້ຮູ້ວ່າ:

ແຊຣ໌ເຕືອນໄພເບິ່ງແຍງລູກຫຼານ!! ອຸປະຕິເຫດເກີດໄດ້ທຸກເມື່ອ ເຫດການດັ່ງກ່າວເກີດຂື້ນທີ່ຕ່າງປະເທດ ເດັກນ້ອຍໄວ 15 ປີ ຫລີ້ນປັກໄຟເຮັດໃຫ້ລະເບີດໃສ່ມື ຕ້ອງໄດ້ເຕືອນລູກຫລານຢ່າງຫລີ້ນກັບອຸປະກອນໄຟຟ້າຈຶ່ງບໍ່ກໍ່ໃຫ້ເກີດອຸປະຕິເຫດດັ່ງເຫດການໃນຄັ້ງນີ້ … …. Cr:ອຸປະຕິເຫດ

ວັນທີ 30 ກັນຍາ 2022 ນີ້, ສານລັດຖະທຳມະນູນ ໄທ ອ່ານຄຳວິນິດໄສ ໃຫ້ທ່ານ ພົນເອກ ປະຢຸດ ຈັນໂອຊາ ປະຕິບັດໜ້າທີ່ ນາຍົກລັດຖະມົນຕີ ຕໍ່

ປາແດກເພື່ອນວິນ ມີວາງຂາຍໃນຕະຫລາດ ທົ່ວປະເທດ ຂປລ. ໃນວັນທີ 28 ກັນຍາ 2022 ຜ່ານມານີ້, ທ່ານ ວິນ ວິວລ່ຽມ ເຈົ້າຂອງສູດນ້ຳປາແດກເພື່ອນວິນ ໄດ້ນຳເອົາຜະລິດຕະພັນໃໝ່ຂອງຕົນເອງ ກໍຄື ປາແດກປຸງສຸກເພື່ອນວິນ ມານຳສະເໜີ ຢູ່ຕະຫລາດເຊົ້າມໍ ຊັ້ນ1 ນະຄອນຫລວງວຽງຈັນ ເພື່ອເປັນອີກທາງເລືອກໜຶ່ງໃຫ້ແກ່ສັງຄົມ ກໍຄື ຜູ້ທີ່ມັກແຕ່ງອາຫານແບບພື້ນເມືອງລາວ ໄດ້ຊົມໃຊ້ ນ້ຳປາແດກທີ່ມີລົດຊາດແຊບ,

ເດັກນ້ອຍອາຍຸ 2 ປີຕົກນໍ້າຮຸ່ງເສຍຊີວິດ. ລາຍງານຈາກ 1624 ແຂວງໄຊຍະບູລີ ໃຫ້ຮູ້ວ່າ, ໃນບ່າຍວັນທີ່ 29 ກັນຍາ 2022 ໄດ້ມີເດັກຊາຍອາຍຸ 2 ປີປາຍ ຕົກນໍ້າຮຸ່ງສູນຫາຍ ເຂດບ້ານວັງຊອຍ ເມືອງໄຊຍະບູລີ. ປະຊາຊົນ ແລະ ກູ້ໄພ ໄດ້ພາກັນຊອກຫາເດັກນ້ອຍ ຈົນຮອດເວລາປະມານ 11:30 ວັນທີ 30

ມີຄົນຫວຽດນາມບາງຄົນ ເລາະຫາຊື້ຫມາ-ແມວ ກັບຊາວບ້ານ ພໍມາວັນທີ 29/9/22 ຄົນເລາະຮັບຊື້ໝາ-ແມວຄົນນັ້ນໄດ້ເຂົ້າໄປທີ່ ວັດພຣົມມະສີລາ ບ້ານນາເຊັງ ນະຄອນໄກສອນ ແຂວງສະຫວັນນະເຂດ ແລ້ວພົບເຫັນຈົວຄູບາ ເລີຍເອີ່ຍປາກຂໍເອົາແມວຢູ່ໃນວັດແຕ່ ພຣະອາຈານເພີ່ນໄດ້ຖາມວ່າຈະເອົາໄປເຮັດຫຍັງຄົນຫວຽດຄົນນັ້ນບອກວ່າເອົາໄປລ້ຽງເອົາໄວ້ໄລ່ຫນູພຣະວ່າເອົາຈັກໂຕ ຄົນຫວຽດວ່າເອົາໝົດ ພຣະວ່າເອົາໄປກິນໜູເອົາຫຍັງຫຼາຍແທ້ ຄົນຫວຽດວ່າສິເອົາສົງເມື່ອເມືອງຫວຽດ ພຣະອາຈານໃນວັດເລີຍບໍ່ອະນຸຍາດໃຫ້ຈັບແມວໃນວັດໄປ ສຸດຄົນຫວຽດກໍ່ບໍ່ໄດ້ແມວໄປ. ຖືກວ່າເປັນບຸນຂອງແມວຫລາຍ ເພາະຄົນຫວຽດບາງຄົນກໍ່ບໍ່ໄດ້ນຳໄປເພື່ອລ້ຽງ ແຕ່ຈະນຳເອົາໄປເຮັດຢ່າງອື່ນເຊັນຂາຍຕໍ່ຫຼື ນຳໄປເຮັດອາຫານ ຄັ່ງນີ້ຖືວ່າເປັນບຸນຂອງແມວເຫລົ່ານັ້ນທີ່ຍັງມີພຣະເນນປົກປ້ອງ. ພຣະອາຈານຍັງໄດ້ໃຫ້ຄະຕິເຕືອນໃຈວ່າ ຖ້າອອກຕົນຍາດໂຍມທ່ານໃດມັກຮັກໃນສັດລ້ຽງຂອງຕົນກໍ່ຮັກສາເຂົາເຫຼົ່ານັ້າໄວ້ດີໆ

ສາວລາວ ຖືກຄາດຕະກໍາ ໃນວັນທີ 29 ກັນຍາ 2022 ເວລາ 11:00 ໂມງ ມີຄົນພົບສົບ ຍິງສາວຊາວລາວ ຄາດເປັນສາວໄຮໂຊສາວລາວ ຖື ກຄາ ດຕ ະ ກໍ າຢັ ດໃສ່ກະເປົ໋າ ຢູ່ແຄມນໍ້າຂອງ ຈັງຫວັດນະຄອນພະນົມ ປະເທດໄທ. ທາງການໄທ ຊັນນະສຸດແລ້ວວ່າ: ເປັນສົບຍິງສາວຄົນລາວ

ເຈົ້າໜ້າທີ່ ສຶກສາອົບຮົມແກ້ງຂັບຂີ່ລົດກວນເມືອງ ຈຳນວນ 14 ຄົນ ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 31 ສິງຫາ 2022, ໄດ້ເຊີນເອົາພໍ່-ແມ່ຜູ້ປົກຄອງ ແລະ ກຸ່ມເດັກໄວລຸ້ນທີ່ດັດແປງສະພາບເຕັກນິກລົດ, ຂັບຂີ່ລົດກວນເມືອງມາສຶກສາອົບຮົມກ່າວເຕືອນ. ໃນການສຶກສາອົບຮົມຄັ້ງນີ້, ໄດ້ອະທິບາຍກ່ຽວກັບກົດລະບຽບ, ຂໍ້ຫ້າມຕ່າງໆຂອງການສັນຈອນຕາມທ້ອງຖະໜົນຕໍ່ກຸ່ມໄວລຸ້ນທີ່ຖືກສຶກສາອົບຮົມຈຳນວນ 14 ຄົນ ອາຍຸລະຫວ່າງ 13-18 ປີ

ໃນວັນທີ 29 ກັນຍາ 2022 ໂຈນປຸ້ນເອົາເງິນ ແລະ ຄຳ ປະຊາຊົນ ຢູ່ບ້ານດອນຮຽງ ເມືອງຊະນະຄາມ ແຂວງວຽງຈັນ ເອົາໄປຈົນຫມົດ. ຜູ້ຢູ່ໃນເຫດການເລົ່າວ່າ: ໂຈນມານໍາກັນ 5 ຄົນ ໃນນີ້ ມີ ຖື .ປື.ນ 4 ຄົນ ແລະ ຖື ງ້.າ